ກະຊວງປ້ອງກັນປະເທດ ປະກາດການເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ
ເວລາອອກຂ່າວ: 2026-08-14 16:13:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1433 | ຄວາມນິຍົມ: ![]()
ວັນທີ 14 ສິງຫາ 2026 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ປະກາດການເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ ຈາກຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳ 4 ກົມໃຫ່ຍ, ຫ້ອງວ່າການກະຊວງປ້ອງກັນປະເທດ, ແຂກຖືກເຊີນ ເເລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພັນເອກຂຶ້ນຊັ້ນພົນຈັດຕະວາ ໃນນີ້, ປະທານປະເທດ ອອກລັດຖະດໍາລັດ ຕົກລົງ ເລື່ອນຊັ້ນໃຫ້ນາຍທະຫານ ຊັ້ນພັນເອກ ຂຶ້ນຊັ້ນພົນຈັດຕະວາ ຈໍານວນ 20 ສະຫາຍ.
ໂອກາດນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ຕໍ່ນາຍທະຫານຂັ້ນສູງ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ຄັ້ງນີ້ ພ້ອມທັງ ເນັ້ນໜັກໃຫ້ນາຍທະຫານຂັ້ນສູງ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ຢ່າງຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງກວ່າເກົ່າ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດ, ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກອງທັບ ກ້າວຂຶ້ນເປັນກອງທັບປະຕິວັດ ທີ່ມີລະບຽບແບບແຜນ ແລະ ທັນສະໄໝເທື່ອກ້າວ.
ໂດຍ: ບຸນຊ້ອຍ ວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















