ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ກອງພັນ​ໃຫຍ່ 605 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ບຳນານ ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2026-08-17 08:38:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:



ໃນ​ວັນ​ທີ 12 ສິງຫາ 2026 ນີ້, ກອງພັນ​ໃຫຍ່ 605 ໄດ້​ຈັດ​ຕັ້ງ​ມອບ​ເງິນ​ອຸດ​ໜູນ​ບຳນານ ໃຫ້​ນາຍ​ທະຫານ​ທີ່​ພັກ​ການ​ຮັບ​ບຳນານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ໄມ​ສີ ມາ​ວັນ​ດີ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 605, ມີ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່, ກົມ​ກອງ, ຂະແໜງການ​ທີ່​ກ່ຽວຂ້ອງ ແລະ ນາຍ​ທະຫານ​ທີ່​ພັກ​ການ ຮັບ​ບຳນານ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສີ​ສະຫວາດ ລາດ​ຕະ​ສິນ ຫົວໜ້າ​ຂະແໜງ​ນະໂຍບາຍ ກອງພັນ​ໃຫຍ່ 605ໄດ້​ຜ່ານ​ເອກະສານ ການ​ຄິດໄລ່​ເງິນ​ອຸດ​ໜູນ ແລະ ເງິນ​ຊົດ​ເຊີຍ ໃຫ້​ນາຍ​ທະຫານ ທີ່​ພັກ​ການ​ເຂົ້າ​ຮັບ​ບຳນານ​ຢູ່ ກອງພັນ​ໃຫຍ່ 605, ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ໝວດ​ທີ 1 ມາດຕາ 33 ແລະ 34, ການ​ຍົກ​ຂັ້ນ​ເງິນເດືອນ, ອີງ​ຕາມ​ກົດໝາຍ​ປະກັນ​ສັງຄົມ, ອີງ​ຕາມ​ການ​ຄົ້ນຄວ້າ ແລະ ນຳ​ສະເໜີ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ ມອບ​ເງິນ​ຊົດ​ເຊີຍ​ໃຫ້​ພະນັກງານ​ທີ່​ພັກ​ການ ຮັບ​ບຳນານ ຈຳນວນ 2 ສະຫາຍ, ໃນ​ນັ້ນ ຊັ້ນ​ພັນ​ໂທ 1 ສະຫາຍ ແລະ ຊັ້ນ​ພັນ​ຕີ 1 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 55.157.000 ກີບ, ເຊິ່ງ​ໃຫ້​ກຽດ​ມອບ​ໂດຍ ສະຫາຍ ພັນ​ເອກ ໄມ​ສີ ມາ​ວັນ​ດີ ຫົວໜ້າ​ການເມືອງ ​ກອງພັນ​ໃຫຍ່ 605. ໂອກາດ​ນີ້ ສະຫາຍ ພັນ​ເອກ ໄມ​ສີ ມາ​ວັນ​ດີ ກໍ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ພ້ອມ​ທັງ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ, ຄຸນງາມຄວາມດີ ຂອງ​ບັນດາ​ສະຫາຍ ນາຍ​ທະຫານ​ທີ່​ພັກ​ການ​ຮັບ​ບຳນານ ທີ່​ໄດ້​ສຸມ​ທຸກ​ສະຕິ​ປັນຍາ, ເຫື່ອແຮງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ ໃນ​ໄລຍະ​ຜ່ານ​ມາ, ເວົ້າ​ສະເພາະ ແມ່ນ​ການ​ປະກອບສ່ວນ​ປັບປຸງ​ກໍ່ສ້າງ​ກົມ​ກອງ ໃຫ້​ມີ​ຄວາມ​ເຕີຍ​ໃຫຍ່, ເຂັ້ມແຂງ​ໜັກ​ແໜ້ນ, ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ອັນ​ມີ​ກຽດ​ສະຫງ່າ​ທີ່​ພັກ-ລັດ ແລະ ປະຊາຊົນ​ມອບ​ໝາຍ​ໃຫ້. ພ້ອມ​ທັງ​ໄດ້​ຮຽກຮ້ອງ​ໃຫ້​ນາຍ​ທະຫານ​ທີ່​ພັກ​ການ ຮັບ​ບຳນານ ຈົ່ງ​ສືບຕໍ່​ເປັນ​ແບບຢ່າງ​ທີ່​ດີ ໃຫ້​ພະນັກງານ-ນັກຮົບ ຫຸ້ນ​ສືບ​ທອດ ສືບຕໍ່​ສຶກ​ສາ​ອົບຮົມ​ລູກ​ຫຼານ​ໃຫ້​ເປັນ​ຄົນ​ດີ ຂອງ​ຊາດ, ຂອງ​ສັງຄົມ ແລະ ນຳ​ໃຊ້​ເງິນ​ອຸດ​ໜູນ​ດັ່ງກ່າວ​ເຂົ້າ​ໃນ​ຊີວິດ​ຄອບຄົວ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ຂ່າວ: ນາງ ໜູ​ແດງ ລາດ​ສະ​ແກ້ວ ພາບ: ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ