ແຂວງຈຳປາສັກ ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກ ຂອງ 2 ບໍລິສັດ ແຫ່ງ ສສ ຫວຽດນາມ
ເວລາອອກຂ່າວ: 2026-08-17 08:39:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 121 | ຄວາມນິຍົມ: ![]()
ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ປະດິດ ວັນນະລັດສະໝີ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ ໄດ້ຕ້ອນຮັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍ ນາງ ເຮື່ອ ທີ ບິ໋ກ ທູ ອຳນວຍການໃຫຍ່ ບໍລິສັດ ຮຸ້ນສ່ວນ ການລົງທຶນ ສົ່ງເສີມການຄ້າ ອິນໂດໄຊນາ ໂຮນດິງ ແລະ ບໍລິສັດເຈືອງທີ່ງ ຈຳກັດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ, ມີຫ້ອງການສະຫະພັນນັກຮົບເກົ່າແຂວງ, ພະແນກການ ອ້ອມຂ້າງແຂວງ, ກອງບັນຊາການທະຫານແຂວງ, ອົງການປົກຄອງເມືອງປະທຸມພອນ,ເມືອງມຸນລະປາໂມກ, ເມືອງໂຂງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ຕາງໜ້າຄະນະ ກ່າວສະແດງຄວາມຍິນດີຕ້ອນຮັບ ພ້ອມທັງໄດ້ລາຍງານສະພາບ, ຈຸດພິເສດ, ຂອບເຂດທີ່ຕັ້ງ ຂອງແຂວງຈຳປາສັກ ໃຫ້ອຳນວຍການບໍລິສັດດັ່ງກ່າວ ໄດ້ຮັບຊາບໂດຍຫຍໍ້.
ໂອກາດດຽວກັນນີ້, ສະຫາຍ ນາງ ເຮື່ອ ທີ ບິ໋ກ ທູ ໄດ້ຕາງໜ້າຄະນະ ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງຄະນະນຳແຂວງ ແລະ ໄດ້ມີຄວາມສົນໃຈກ່ຽວກັບການລາຍງານສະພາບ, ຈຸດພິເສດຂອງ ແຂວງຈຳປາສັກ, ພ້ອມທັງໄດ້ກ່າວຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ກໍເພື່ອມາທາບທາມ, ຕິດຕາມ, ກວດກາ, ຄວາມເປັນໄປໄດ້ ກ່ຽວກັບສະຖານທີ່ຕ່າງໆ ຢູ່ພາຍໃນແຂວງຈຳປາສັກ ເວົ້າສະເພາະ ກໍຄື ສະຖານທີ່ຂອບເຂດ ເມືອງປະທຸມພອນ, ເມືອງມຸນລະປາໂມກ,ເມືອງໂຂງ ທີ່ເໝາະສົມໃນການນຳເອົາບໍລິສັດຮຸ້ນສ່ວນການລົງທຶນ ສົ່ງເສີມການຄ້າ ອິນໂດໄຊນາ ໂຮນດິງ ແລະ ບໍລິສັດ ເຈືອງທິ່ງ ຈຳກັດ ມາລົງທຶນ ແລະ ສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ ໃນຕໍ່ໜ້າ.
ໃນການຄົ້ນຄວ້ານຳເອົາບໍລິສັດ ດັ່ງກ່າວ ມາລົງທຶນຢູ່ພາຍໃນແຂວງຈຳປາສັກ ຄັ້ງນີ້ ກໍເພື່ອເປັນການສົ່ງເສີມການຜະລິດອຸດສະຫະກຳ ເວົ້າລວມ ເວົ້າສະເພາະແມ່ນການປູກມັນຕົ້ນ ຂອງພໍ່-ແມ່ປະຊາຊົນ ໃຫ້ນັບມື້ດີຂຶ້ນ. ທັງເປັນການສ້າງເສດຖະກິດເປັນເຈົ້າຕົນເອງ ຂອງແຂວງຈຳປາສັກ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ຂຶ້ນໄປເລື້ອຍໆ.
ຂ່າວ-ພາບ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















