ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ຫຼາຍ​ກົມ​ກອງ ປາຖະກະຖາ ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ພະລາທິການ​ກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2026-08-17 08:42:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 113 | ຄວາມນິຍົມ:



ໃນ​ໄລຍະ​ຕົ້ນ​ເດືອນ​ສິງຫາ​ຜ່ານ​ມາ, ຫຼາຍ​ກົມ​ກອງ​ທັງ​ກຳ ລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ໄດ້​ຈັດ​ຕັ້ງ​ປາຖະກະຖາ ມູນເຊື້ອ​ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ພະລາທິການ​ກອງທັບ ຄົບຮອບ 70 ປີ ໃນ​ນັ້ນ, ມີ ກອງ​ພົນ​ທີ 4, ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ, ໂຮງຮຽນ​ທະຫານ​ຊາຍ​ແດນ 712, ກອງພັນ​ໃຫຍ່ 642, ກອງພັນ​ໃຫຍ່ 202 ກອງ​ພົນ​ທີ 2, ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ແຂວງ​ໄຊ​ຍະ​ບູ​ລີ, ຫ້ອງ​ພະລາທິການ ກອງ​ພົນ​ທີ 4 ແລະ ກອງພັນ 617 (ລົດ​ຕັງ-ຍານ​ເກາະ) ທີ່​ຂຶ້ນ​ກັບ​ກອງ​ພົນ​ທີ 4. ໃນ​ພິທີຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ກົມ​ກອງໄດ້​ຍົກໃຫ້​ເຫັນ​ມູນເຊື້ອ​ແຫ່ງ​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ ລວມ​ທັງ​ຜົນງານ​ພົ້ນ​ເດັ່ນ ທີ່​ເຫຼົ່າຮົບ​ ພະລາທິການ ສ້າງ​ມາ​ໄດ້​ຕະ ຫຼອດ​ໄລຍະ 70 ປີຜ່ານມາ, ໃນ​ໄລຍະ​ຕໍ່ສູ້​ກູ້​ຊາດ​ອັນ​ລະ​ອິດ​ລະ​ອ້ຽວ ຂະແໜງ​ພະລາທິການໄດ້​ ຜ່ານ​ຜ່າ​ທຸກ​ອຸປະສັກຮັບ​ໃຊ້​ສະ ໜາມຮົບ ດ້ວຍ​ການ​ປຸກລະດົມ, ຂົນຂວາຍ ແລະ ສົ່ງ​ສະບຽງອາ ຫານ, ເຂົ້າສານ, ເກືອ ແລະ ເຄື່ອງນຸ່ງ​ຫົ່ມໃຫ້ກຳລັງ​ຫຼັກແຫຼ່ງ ຢູ່​ສະໜາມຮົບ​ຢ່າງທັນ​ການໄດ້​ ຈັດ​ຕັ້ງ​ຕາ​ໜ່າງ​ການແພດສະ ໜາມຮົບປິ່ນປົວ ແລະ ບົວລະບັດ​ພະນັກງານ, ນາຍ ແລະ ພົນທະ ຫານທີ່​ໄດ້​ຮັບ​ບາດເຈັບ​ໃຫ້​ຫາຍ​ດີ ແລະ ກັບ​ຄືນ​ສູ້​ຮົບ​ໄດ້​ໄວ ພ້ອມ​ທັງ​ເບິ່ງແຍງ​ສຸຂະພາບ​ປະຊາຊົນ​ຢູ່​ເຂດ​ປົດ​ປ່ອຍ, ບຸກເບີກ​ເສັ້ນທາງ, ຂົນສົ່ງ​ອາວຸດ​ຍຸດ​ໂທ​ປະກອນ ແລະ ເຄື່ອງ​ກຳລັງ​ບຳລຸງ ຜ່ານ​ປ່າດົງ​ພູເຂົາ ພາຍ​ໃຕ້​ການ​ຖິ້ມ​ລະເບີດ​ຂອງ​ສັດຕູ​ຢ່າງ​ຕໍ່​ເນື່ອງ. ຕະຫຼອດ​ໄລຍະ 70 ປີ ຂະແໜງ​ພະລາທິການ​ກອງທັບ ໄດ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງຮອບດ້ານ ຈາກ​ກຸ່ມ​ນ້ອຍ​ໃນ​ອະດີດ​ກາຍເປັນ​ລະບົບ​ຄົບ​ຊຸດ​ແຕ່​ຂັ້ນ​ກົມ​ໃຫຍ່​ຮອດ​ຮາກ​ຖານມີ​ວິຊາ​ສະເພາະ​ສູງ, ດ້ານ​ຮູບ​ແບບ​ການ​ຮັບປະກັນ ໄດ້​ຫັນປ່ຽນ​ຈາກ​ການເຄື່ອນໄຫວ​ແບບ​ປະຖົມ​ປະ​ຖານ ໃນ​ໄລຍະ​ສົງຄາມມາສູ່​ການ​ຄຸ້ມ​ຄອງ​ດ້ວຍ​ລະບົບ​ວິທະຍາສາດ​ທີ່​ທັນ​ສະໄໝ, ພື້ນຖານ​ວັດຖຸ ແລະ ເຕັກນິກ​ຄ້າຍ​ຄູ​ທະຫານ ໄດ້​ຮັບ​ການກໍ່ ສ້າງ​ຢ່າງ​ຖາວອນ ແລະ ມີພາ ຫະນະ​ເຕັກນິກ​ ພ້ອມ​ຮັບ​ໃຊ້​ໜ້າ ທີ່​ໃນ​ທຸກ​ເງື່ອນໄຂ, ເພີ່ມ​ພູນ​ຜະ ລິດຜົນ​ປູກຝັງ-ລ້ຽງສັດ​ເປັນ​ຟາມ​ຂະໜາດ​ໃຫຍ່ ສາມາດ​ກຸ້ມ​ຕົນ​ເອງ​ດ້ານ​ສະບຽງ​ອາຫານ​ໄດ້ 100%, ຫັນປ່ຽນ​ຈາກ​ການ​ບັນ ທຶກ ແລະ ຄຸ້ມ​ຄອງ​ດ້ວຍ​ເຈ້ຍ ມາ​ເປັນ​ການ​ນຳ​ໃຊ້​ລະບົບ​ຖານ​ຂໍ້​ມູນ ແລະ ຊັອບ​ແວ ເຂົ້າ​ໃນ​ການ​ບໍລິຫານ​ງານ​ສາງ​ຄັງ, ອາວຸດ​ຍຸດ​ໂທ​ປະກອນ ແລະ ງົບປະມານ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ເຂົ້າ​ໃນ​ການ​ຕິດຕາມ ແລະ ຈັດ​ສັນ​ພາຫະນະ​ຂົນສົ່ງໃຫ້​ມີ​ຄວາມ​ວ່ອງໄວ ແລະ ທັນ​ເວລາ, ຫຼາຍ​ກົມ​ກອງ​ໄດ້ເລີ່ມ​ ນຳ​ໃຊ້​ພະລັງງານ​ທົດ​ແທນ ແລະ ຕິດ​ຕັ້ງ​ລະບົບ​ກັ່ນ​ຕອງ​ນໍ້າ​ສະ ອາດ​ທີ່​ທັນ​ສະໄໝ ເພື່ອ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ນາຍ ແລະ ພົນທະຫານ, ໂຮງໝໍ ແລະ ເສນາ​ຮັກ​ກອງທັບ ໄດ້​ຮັບ​ການ​ຕິດ​ຕັ້ງ​ເຄື່ອງມື​ແພດ​ທີ່​ທັນ​ສະໄໝ​ຫຼາຍ​ຂຶ້ນ, ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ກວດ, ປິ່ນປົວ ແລະ ຜ່າ ຕັດ ພ້ອມ​ທັງ​ໄດ້​ຮ່ວມ​ມື ແລະ ແລກປ່ຽນ​ບົດຮຽນ​ດ້ານ​ການ​ແພດ​ທະຫານ ກັບ​ຕ່າງປະເທດ ຢ່າງ​ກວ້າງຂວາງ ເພື່ອ​ຍົກ​ລະ ດັບ​ຄວາມ​ຮູ້​ໃຫ້​ແກ່​ແພດ​ໝໍ​ໃນ​ກອງທັບ. ທັງ​ນີ້, ກໍ​ເພື່ອ​ເປັນ​ການ​ສຶກ​ສາ​ອົບຮົມໃຫ້​ພະນັກງານ-ນັກຮົບ ກໍ​ຄື ຜູ້​ທີ່​ເຮັດ​ວຽກ​ງານ​ພະລາທິການເຊື່ອມ​ຊຶມ​ກຳ​ແໜ້ນ​ຕື່ມ ຜົນງານ ແລະ ມູນເຊື້ອ​ຂອງ​ເຫຼົ່າ​ຮົບ​ພະລາທິການ ເພື່ອ​ພ້ອມ​ກັນ​ເສີມ​ຂະຫຍາຍ ແລະ ຈັດຕັ້ງປະ ຕິບັດ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງໃນ​ປັດຈຸບັນໃຫ້​ໄດ້​ຮັບ​ໝາກຜົນ​ສູງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ