4 ພະແນກການ ທີ່ຂຶ້ນກັບ ກອງພັນໃຫຍ່ 402 ສຳເລັດການປັກດຳເຂົ້ານາປີ
ເວລາອອກຂ່າວ: 2026-08-17 08:43:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ: ![]()
ໃນໄລຍະທ້າຍເດືອນກໍລະກົດຜ່ານມານີ້, ພະແນກການເມືອງ, ພະແນກພະລາທິການ, ພະແນກເຕັກນິກ ແລະ ພະແນກບໍລິຫານ ກອງພັນໃຫຍ່ 402 ກອງພົນທີ 4 ໄດ້ຈັດຕັ້ງພະນັກງານ-ນັກຮົບ ພາຍໃນກົມກອງຂອງຕົນ ສຸມໃສ່ການປັກດຳເຂົ້ານາປີ ໃຫ້ສຳເລັດທ່ວງທັນກັບລະດູການ, ໂດຍການຊີ້ນຳ-ນຳພາຂອງຄະນະພັກ-ຄະນະບັນຊາກອງພັນໃຫຍ່ 402.
ສະຫາຍ ພັນໂທ ຈິດຖະໜອມ ນາກຕະສິນ ຫົວໜ້າພະແນກພະ ລາທິການກອງພັນໃຫຍ່ 402 ໄດ້ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 27 ກໍລະກົດເປັນຕົ້ນມາ ທັງ 4 ພະແນກດັ່ງກ່າວ ໄດ້ລົງມືປັກດຳເຂົ້າ ນາປີ ໄລຍະທີ 2, ເຊິ່ງມີເນື້ອທີ່ທັງໝົດ 10,5 ເຮັກຕາ, ນຳໃຊ້ແນວພັນເຂົ້າ 420 ກິໂລ, ໃຊ້ເວລາໃນການປັກດຳຕົວຈິງ 5 ວັນ ສຳເລັດ 100%. ທັງນີ້, ກໍເພື່ອປະຕິບັດຕາມທິດນຳ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ, ຍົກສູງນ້ຳໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອຮັບປະກັນໃຫ້ແກ່ການຄຸ້ມຄອງທັບ, ລ້ຽງດູກຳລັງພາຍໃນກົມກອງ ເຮັດໃຫ້ພະນັກງານ-ນັກຮົບ ສືບຕໍ່ເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ ຕາມການຈັດຕັ້ງມອບໝາຍໃຫ້.
ໂດຍ: ເພັດດາວວີ ອິນວິດທະຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















