ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ໂຮງໝໍ​ສູນ​ກາງ 103 ກອງທັບ ຈັດ​ກິດຈະກຳ ແຂ່ງຂັນ​ນັກ​ຮ້ອງ​ສຽງ​ດີ​ ສະໝັກ​ຫຼິ້ນ
ເວລາອອກຂ່າວ: 2026-08-17 08:44:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 103 | ຄວາມນິຍົມ:



ເພື່ອ​ສ້າງ​ຂະ​ບວນ​ການຂ່ຳ ນັບ​ຮັບ​ຕ້ອນ ວັນ​ສ້າງຕັ້ງໂຮງໝໍ​ສູນ​ກາງ 103 ກອງທັບ ຄົບຮອບ 50 ປີ ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ​ຕໍ່​ເນື່ອງ, ໂຮງໝໍ​ສູນ​ກາງ 103 ກອງທັບ ໄດ້​ຈັດ​ກິດຈະກຳ​ແຂ່ງ ຂັນ ນັກ​ຮ້ອງ​ສຽງ​ດີ​ສະໝັກ​ຫຼິ້ນ​ຂຶ້ນ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ພະນັກງານ​ແພດ-ໝໍ ແລະ ພະຍາບານ ເຂົ້າ​ຮ່ວມ​ຮັບ​ຊົມ. ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້, ມີ​ທັງ​ໝົດ 13 ລາຍການ, ແບ່ງ​ອອກ​ເປັນ 2 ປະເພດ ຄື: ປະເພດ ຮ້ອງເພງ​ດ່ຽວ​ຊາຍ ມີ 8 ລາຍ ການ ແລະ ປະເພດ ຮ້ອງເພງ​ດ່ຽວ​ຍິງ​ມີ 5 ລາຍການ. ຜົນ​ການ​ແຂ່ງຂັນ ປະເພດ​ດ່ຽວ​ຊາຍ ອັນ​ດັບ I ແມ່ນ​ສະຫາຍ ຮ້ອຍ​ໂທ ສົມ​ຈິດ ວິໄລ​ສັກ ໃນ​ບົດ​ເພງ ທະຫານ​ຊາຍ​ແດນ, ອັນ​ດັບ II ສະຫາຍ ຮ້ອຍ​ໂທ ຫຼ້າ​ໄຊ ເພັດ​ຈະເລີນ ແລະ ອັນ​ດັບ III ສະຫາຍ ຮ້ອຍ​ໂທ ສຸກ​ລິດເດດ ກອງ​ວິໄລ​ພົນ; ປະເພດ​ຮ້ອງເພງ​ດ່ຽວ​ຍິງ ອັນ​ດັບ I ສະຫາຍ ສິບ​ຕີ ນາງ ບີ​ຕ້າ ທຸມມາ​ລີ ໃນ​ບົດ​ເພງ ໜ້າທີ່​ຂອງ​ແພດ, ອັນ​ດັບ II ສະຫາຍ ຮ້ອຍ​ເອກ ນາງ ດາ​ລະ​ວັນ ກົມ​ມະ​ເມືອງ ແລະ ອັນ​ດັບ III ສະຫາຍ ນາງ ສາລິກາ ຈັນທະ​ວົງ. ໃນ​ພິທີ, ຄະນະ​ພັກ-ຄະນະ​ອຳນວຍ​ການ ໂຮງໝໍ​ສູນ​ກາງ 103 ກອງທັບ ຍັງ​ໄດ້​ມອບ​ລາງວັນ ໃຫ້​ແກ່​ບັນດາ​ສະຫາຍ​ທີ່​ຊະນະ​ເລີດ ແລະ ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້. ການ​ຈັດ​ກິດຈະກຳ ດັ່ງກ່າວບໍ່​ພຽງ​ແຕ່​ເປັນ​ການ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ໂຮງໝໍ​ສູນ​ກາງ 103 ກອງທັບ ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ສົ່ງເສີມ​ຄວາມ​ສາມັກຄີ ແລະ ຄົ້ນ​ຫາ​ນັກ​ຮ້ອງ​ສຽງ​ດີ ພາຍ​ໃນ​ໂຮງໝໍ ຕື່ມ​ອີກ. ໂດຍ: ໂຊກ​ທະວີ ແກ້ວ​ບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ