ກອງພັນໃຫຍ່ 401 ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2026-08-17 09:23:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 166 | ຄວາມນິຍົມ: ![]()
ວັນທີ 13 ສິງຫາ 2026 ນີ້, ກອງພັນໃຫຍ່ 401 ໄດ້ສ້າງຂະບວນການອອກແຮງງານລວມ ຖົມທາງບ່ອນທີ່ເປັນຂຸມ, ເປັນບໍ່, ເປ້ເພ ແລະ ອະນາໄມສອງພາກທາງ ນັບແຕ່ບ້ານ ມະນີລາດ ຫາສຳນັກກອງພັນໃຫຍ່ 401, ໂດຍການນຳພາ-ຊີ້ນໍາ ຂອງຄະນະພັກ-ຄະນະບັນຊາ, ມີພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ການສ້າງຂະບວນການອອກແຮງງານລວມຄັ້ງນີ້, ໄດ້ນຳໃຊ້ຫີນກາວ 10 ໂຕນ ຖົມບໍລິເວນເສັ້ນທາງບ່ອນທີເປ້ເພ, ເປັນຂຸມ, ເປັນບໍ່ ແລະ ມີການເຈາະເຈື່ອນ ເຊິ່ງມີຄວາມຍາວ 2000 ແມັດ ເພື່ອສະດວກໃຫ້ແກ່ການສັນຈອດໄປມາ ຂອງພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນ ເຂດໃກ້ຄຽງໃຫ້ສະດວກສະບາຍຍິ່ງໆ ຂຶ້ນ .
ໂດຍ: ບຸນມາ ຮັງສົມບັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















