ແພຣວາ ມິສາໂຕ ເຂົ້າແຂ່ງຂັນກິລາຍິມນາສະຕິກລີລາ ຊີງແຊັມໂລກ 2026
ເວລາອອກຂ່າວ: 2026-08-17 09:34:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ: ![]()
"ແພຣວາ ມິສາໂຕ ພິລາພັນເດດ" ນັກກິລາຍິມນາສະຕິກລີລາ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນ ຍິມນາສະຕິກລີລາ ຊີງແຊັມໂລກ ຄັ້ງທີ 42 ປະຈຳປີ 2026 (42nd Rhythmic Gymnastics World Championships 2026) ເຊິ່ງຈະຈັດຂຶ້ນຢ່າງເປັນທາງການ ທີ່ເມືອງແຟຣງເຟີດ (Frankfurt) ປະເທດ ເຢຍລະມັນ ໃນລະຫວ່າງວັນທີ 12 ຫາ 16 ສິງຫາ 2026.
ສຳລັບການແຂ່ງຂັນລາຍການຊີງແຊັມໂລກໃນປີນີ້ ຖືເປັນການແຂ່ງຂັນ ຍິມນາສະຕິກລີລາ ລະດັບນານາຊາດ ທີ່ຍິ່ງໃຫຍ່ທີ່ສຸດຮອງຈາກມະຫະກຳກິລາໂອລິມປິກ. ພ້ອມດຽວກັນນີ້, ຍັງເປັນໜຶ່ງໃນລາຍການສຳຄັນເພື່ອເກັບຄະແນນ ແລະ ຄັດເລືອກເອົານັກກິລາ ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກເກມ ປີ 2028 ທີ່ນະຄອນ ລອສແອນເຈລີສ (LA 2028) ປະເທດ ສະຫະລັດ ອາເມຣິກາ ອີກດ້ວຍ.
ການເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ນັບເປັນການລົງສະໜາມໃນເວທີຊີງແຊັມໂລກ ຄັ້ງທີ 3 ຂອງ ແພຣວາ ມິສາໂຕ ພິລາພັນເດ/ດ ເຊິ່ງສະແດງໃຫ້ເຫັນເຖິງການພັດທະນາ ແລະ ປະສົບການທີ່ເພີ່ມຂຶ້ນໃນເວທີລະດັບນານາຊາດ. ໂດຍຜົນງານທີ່ຜ່ານມາ ນ້ອງໄດ້ເປັນຕົວແທນເຂົ້າຮ່ວມການແຂ່ງຂັນໃນລາຍການດັ່ງກ່າວມາແລ້ວ 2 ຄັ້ງ ຄື: ປີ 2024: ເຂົ້າຮ່ວມການແຂ່ງຂັນທີ່ ເມືອງບາເລນເຊຍ (Valencia) ປະເທດ ແອັດສະປາຍ ແລະ ປີ 2025: ເຂົ້າຮ່ວມການແຂ່ງຂັນທີ່ ນະຄອນ ຣິໂອ ເດຈາເນໂຣ (Rio de Janeiro) ປະເທດບຣາຊິນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















