ບານບ້ວງເຍົາວະຊົນລາວ ຄວ້າລາງວັນຊະນະເລີດ ການແຂ່ງຂັນບານບ້ວງ 3x3 CHARITY SLAM JAM 2026 ທີ່ປະເທດໄທ
ເວລາອອກຂ່າວ: 2026-08-17 09:34:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 194 | ຄວາມນິຍົມ: ![]()
ການແຂ່ງຂັນລາຍການນີ້ ຈັດໃນຂຶ້ນໃນທ້າຍອາທິດຜ່ານມາ ໂດຍມີ 60 ທີມ ຈາກນານາຊາດເຂົ້າຮ່ວມ.
ທີມບານບ້ວງ LBL ຈາກລາວ ໄດ້ສົ່ງທີມເຂົ້າຮ່ວມ 3 ຮຸ່ນອາຍຸຄື: ອາຍຸ 14 ປີ 2 ທີມ ແລະ ອາຍຸ 16 ປີ 1 ທີມ, ນຳພາໂດຍ ຄູເຝິກສີມືດີ ແສງອຸທອນ ວົງຈະເລີນ.
ຜ່ານການແຂ່ງຂັນ ທີມ LBL ລາວ ຮຸ່ນອາຍຸ 14 ປີ ສາມາດຍາດມາໄດ້ 2 ລາງວັນຄື: LBL ທີມ A ໄດ້ລາງວັນຊະນະເລີດ ຮອບຊິງເອົາຊະນະ ທີມ Hoops4 Life ຈາກໄທ ເຈົ້າພາບ 11-7 ຄະແນນ. ສ່ວນ LBL ທີມ B ໄດ້ອັນດັບ 3 ຊິງທີ 3 ຊະນະ ທີມ Skill Issue ຈາກໄທ ດ້ວຍຄະແນນ 21-16. ສ່ວນ ທີມ LBL ຮຸ່ນອາຍຸ 16 ປີ ໄດ້ອັນດັບທີ 4 ພ້ອມດ້ວຍລາງວັນນັກກິລາດີເດັ່ນ (MVP) ປັດຈຸບັນ ທີມບານບ້ວງ LBL ລາວເຮົາ ກຳລັງຜົນງານດີ, ເປັນທີມເຍົາວະຊົນໜຶ່ງຂອງລາວທີ່ກຳລັງມາແຮງ ແລະ ໜ້າຈັບຕາໃນຕົ້ນເດືອນໜ້າ ຈະເຂົ້າຮ່ວມລາຍການໃຫຍ່ ຮອບແຊັມຊົນແຊັມ ລະດັບປະເທດໄທ ລາຍການ TOA 3X3 BASKETBALL ALL THAILAND - DOMESTIC POWER ເຊິ່ງເປັນຮອບ 15 ທີມສຸດທ້າຍ ໂດຍເອົາແຊັມຂອງແຕ່ລະສະໜາມມາພົບກັນ ເຊິ່ງຈະຈັດຂຶ້ນໃນວັນທີ 4-6 ກັນຍາ 2026 ທີ່ບາງກອກ ປະເທດໄທ .
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















