ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ເປີດຊຸດອົບຮົມ-ຫັດແອບ ການປ້ອງກັນພະຍາດມາລາເຣຍ ໃຫ້ແພດທະຫານ-ຕໍາຫຼວດ ຢູ່ແຂວງອັດຕະປື
ເວລາອອກຂ່າວ: 2026-08-17 10:35:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:



ໃນລະຫວ່າງວັນທີ 13-14 ສິງຫາ 2026 ນີ້, ພະແນກສາທາລະນະສຸກແຂວງອັດຕະປີື ຮ່ວມກັບ ພະແນກເສນາຮັກ ຫ້ອງພະລາທິການ ກອງບັນຊາການທະຫານແຂວງອັດຕະປື ເປີດເຝິກອົບຮົມວຽກງານເຝົ້າລະວັງ, ຕອບໂຕ້ ແລະ ການປ້ອງກັນພະຍາດໄຂ້ມາລາເຣຍ ໃຫ້ແພດທະຫານ-ຕໍາຫຼວດ ທີ່ປະຈຳຢູ່ແຕ່ລະກົມກອງ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພັນໂທ ແສງແກ້ວ ມະນີລັດ ຫົວໜ້າພະແນກເສນາຮັກ ຫ້ອງພະລາທິການ ກອງບັນຊາການທະຫານແຂວງອັດຕະປື ແລະ ທ່ານ ໄຊທິເດດ ວົງພູທອນ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງ, ມີຜູ້ປະສານງານອົງການອານາໄມໂລກ, ພະນັກງານ-ວິຊາການ, ຄູເຝິກ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ໃນພິທີ ຄະນະປະທານໄດ້ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ແມ່ນເພື່ອຍົກສູງຂີດຄວາມສາມາດ ແລະ ພັດທະນາທັກສະ ທາງດ້ານເຕັກນິກວິຊາການ ໃຫ້ແພດປະຈຳກົມກອງທະຫານ-ຕໍາຫຼວດ ແຂວງອັດຕະປື ກ່ຽວກັບວຽກງານການເຝົ້າລະວັງຕອບໂຕ້ ແລະ ປ້ອງກັນພະຍາດໄຂ້ມາລາເຣຍ ພ້ອມທັງ, ເນັ້ນໜັກໃຫ້ທຸກສະຫາຍ ທີ່ເຂົ້າການເຝິກອົບຮົມຄັ້ງນີ້ ຈົ່ງນຳເອົາຄວາມຮູ້, ບົດຮຽນ ແລະ ປະສົບການ ທີ່ໄດ້ຮັບໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໜ້າທີ່ຕົວຈິງ ຢູ່ພາຍໃນກົມກອງຂອງຕົນ ໂດຍສະເພາະແມ່ນກົມກອງທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ມີປະສິດທິຜົນສູງ ເພື່ອຫຼຸດຜ່ອນຄວາມສ່ຽງຈາກການລະບາດ ຂອງພະຍາດໄຂ້ມາລາເຣຍ ຖ້າຫາກພະນັກງານ-ນັກຮົບ ຫາກມີອາການບໍ່ສະບາຍ, ໄຂ້ ຫຼື ສົງໄສວ່າອາດຈະເປັນໄຂ້ຍຸງ ຕ້ອງໄດ້ຮີບຮ້ອນໄປກວດເລືອດຢູ່ໂຮງໝໍ ຫຼື ສຸກສາລາ ເພື່ອຮັບການປິ່ນປົວໃຫ້ທັນເວລາ. ຜ່ານການເຝິກອົບຮົມຕົວຈິງ ທັງພາກທິດສະດີ ແລະ ປະຕິບັດຕົວຈິງ ນັກເຝິກອົບຮົມ ສາມາດກຳໄດ້ຄວາມຮູ້ພື້ນຖານ ຂອງພະຍາດໄຂ້ມາລາເຣຍ ແລະ ເງື່ອນໄຂການກວດເລືອດ, ການບົ່ງມະຕິດ້ວຍເຈ້ຍຈຸ່ມ ໂດຍການຊີ້ນຳຢ່າງໃກ້ຊິດ ຈາກວິທະຍາກອນ, ປະຕິບັດການເກັບຕົວຢ່າງກວດເລືອດ ແລະ ການນໍາສົ່ງແຜ່ນແກ້ວ, ການປິ່ນປົວພະຍາດໄຂ້ມາລາເຣຍ, ການສົ່ງຕໍ່ຄົນເຈັບ, ການຕິດຕາມກິນຢາ Primaquine ແລະ ການບັນທຶກແບບຟອມຕິດຕາມການກິນຢາ, ການບັນທຶກຂໍ້ມູນເຂົ້າໃນແບບຟອມບັນທຶກ ດ້ານລະບາດ ແລະ ພັດສະດຸ (ຟອມ F1) ພ້ອມເຮັດພາກປະຕິບັດຕົວຈິງ. ພ້ອມນັ້ນ, ຍັງພ້ອມກັນແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດເຫັນ ເພື່ອຖອດຖອນບົດຮຽນໄປພ້ອມໆກັນ. ໂດຍ: ສຸກສະໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ