ກອງບັນຊາການທະຫານແຂວງສາລະວັນ ປາຖະກາຖາວັນສຳຄັນຕ່າງໆ ຂອງຊາດ
ເວລາອອກຂ່າວ: 2026-08-17 10:56:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 578 | ຄວາມນິຍົມ: ![]()
ຫວ່າງບໍ່ດົນມານີ້, ກອງບັນຊາການທະຫານແຂວງສາລະວັນ ໄດ້ປາຖະກາຖາວັນຄ້າຍວັນເກີດ ຂອງທ່ານ ສຸພາ ນຸວົງ ຄົບຮອບ 117 ປີ, ວັນເຊັນສົນທິສັນຍາຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວິໄລ ພິມມະວົງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ຄະນະພັກຮາກຖານ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ຫຸມພັນ ທັກຂິນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ ໄດ້ຍົກໃຫ້ເຫັນຜົນງານອັນຍິ່ງໃຫຍ່, ນ້ຳໃຈເສຍສະຫຼະ ແລະ ທາດແທ້ມູນເຊື້ອ-ຄຸນສົມບັດສິນທຳປະຕິວັດ, ຄວາມອົງອາດກ້າຫານ ທີ່ປະທານ ສຸພາ ນຸວົງ ໄດ້ສ້າງໄວ້ ເພື່ອໃຫ້ພະນັກງານ-ນັກຮົບຮຸ່ນຫຼັງ ໄດ້ນຳເອົາເປັນແບບແຜນໃນການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດ. ພ້ອມທັງ ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນ ຂອງວັນເຊັນສົນທິສັນຍາຮ່ວມມື ລາວ-ຫວຽດນາມ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ. ການປາຖະກາຖາຄັ້ງນີ້, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈ ເຖິງຄວາມອົງອາດກ້າຫານຜ່ານຜ່າທຸກຄວາມຫຍຸ້ງຍາກ, ນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຕໍ່ສູ້ບໍ່ຍອມຈຳນົນ ເພື່ອພາລະກິດປະຕິວັດ ຂອງປະທານ ສຸພາ ນຸວົງ ກໍຄືປະຊາຊົນ ສອງຊາດ ລາວ-ຫວຽດນາມ ທີ່ຍາມໃດກໍຄຽງບ່າ-ຄຽງໄຫຼ່ກັນຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ຈົນນຳມາສູ່ການປົດປ່ອຍຊາດ, ຍາດໄດ້ເອກະລາດເປັນຂອງຕົນເອງ.
ໂອກາດນີ້, ສະຫາຍ ພັນເອກ ວິໄລ ພິມມະວົງ ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບ ຕ້ອງເພີ່ມທະວີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງດ້ານຄຸນທາດການເມືອງ, ມີຄຸນສົມບັດ-ສິນທຳປະຕິວັດ ພ້ອມກັນນຳເອົາບົດຮຽນ, ແບບແຜນການດຳລົງຊີວິດ ຂອງພະນັກງານຮຸ່ນກ່ອນມາໝູນໃຊ້ເຂົາໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ, ກົມກອງ ແລະ ໝູ່ເພື່ອນ ຄຽງຄູ່ກັບການສ້າງສາພັດທະນາເສດຖະກິດສັງຄົມ ໃຫ້ມີຄວາມສີວິໄລ, ຮັ່ງມີ ແລະ ເຂັ້ມແຂງຮອບດ້ານ.
ໂດຍ: ສຸກັນ ວົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















