ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ
ເວລາອອກຂ່າວ: 2026-08-17 11:09:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ: ![]()
ວັນທີ 14 ສິງຫາ 2026 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດພິທີ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ແລະ ແຕ່ງຕັ້ງ, ຍົກຍ້າຍພະນັກງານ, ຄູສອນ ແລະ ນາຍສິບຊ່ວຍວຽກ ໃຫ້ບັນດາກົມກອງທີ່ຂຶ້ນກັບ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ກອງພັນ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸວັນນິ ບຸດທະວົງ ຫົວໜ້າພະແນກພະນັກງານ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໃນນີ້, ເລື່ອນຊັ້ນຮ້ອຍເອກ ຂຶ້ນຊັ້ນພັນຕີ 3 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນຊັ້ນ ພັນຕີ 3 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ 3 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນທຽບຊັ້ນຮ້ອຍເອກ 9 ສະຫາຍ ແລະ ເລື່ອນຊັ້ນຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ 1 ສະຫາຍ.
ໃນພິທີ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານການເງິນ, ພະນັກງານຊ່ວຍວຽກ, ພະນັກງານຄູສອນ, ຫົວໜ້າ-ຮອງກອງຮ້ອຍ, ຫົວໜ້າໝວດ ຈຳນວນ 23 ສະຫາຍ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍສິບຊ່ວຍວຽກ ຢູ່ບັນດາກົມກອງທີ່ຂຶ້ນກັບ ຈຳນວນ 10 ສະຫາຍ ຕື່ມອີກ.
ໂດຍ:ໂອລິນ ມິ່ງມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















