ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ໜ່ວຍງານກວດກາຂະບວນການ ເຄື່ອນໄຫວເຮັດວຽກ ຢູ່ສູນຝຶກອົບຮົມ ກອງພົນທີ 4
ເວລາອອກຂ່າວ: 2026-08-17 11:19:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ:



ວັນທີ 11 ສິງຫາ 2026 ນີ້, ໜ່ວຍງານກວດກາຂະບວນການ ກອງພົນທີ 4 ນຳໂດຍ ສະຫາຍ ພັນໂທ ແພງສະຫວັດ ແດງມະນີ ກໍາມະການຄະນະພັກຮາກຖານ, ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 4 ໄດ້ເຄື່ອນໄຫວກວດກາ ແລະ ຊຸກຍູ້ຂະບວນການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ຢູ່ສູນຝຶກອົບຮົມ ກອງພົນທີ 4, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ແສງຈັນ ມະນີວອນ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ສູນຝຶກອົບຮົມ ໄດ້ສະຫຼຸບຫຍໍ້ ການເຄື່ອນໄຫວຈັດຕັ້ງປະຕິບັດ ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026, ເຊິ່ງໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງກົມກອງ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນຕົ້ນແມ່ນການປັບປຸງກໍ່ສ້າງພັກ-ພະນັກງານ, ການປັບປຸງກໍ່ສ້າງກົມກອງ, ການປູກຝັງ-ລ້ຽງສັດ, ການສ້າງແຫຼ່ງລາຍຮັບເຂົ້າສູ່ກົມກອງ, ການປະຕິບັດຂໍ້ກໍານົດກົດລະບຽບ 7 ລະບອບ 18 ວຽກ ຂອງກອງທັບ. ພ້ອມນັ້ນ ໃນກອງປະຊຸມ ໄດ້ພັດປ່ຽນກັນປະກອບຄໍາຄິດເຫັນແລກປ່ຽນບົດຮຽນ, ຕີລາຄາ ແລະ ປະເມີນຜົນ ຂອງໜ່ວຍພັກ ຕາມ 5 ມາດຖານເງື່ອນໄຂຂອງພັກ ໂດຍຖືເອົາຄຸນນະພາບເປັນກົກ ເພື່ອເຮັດໃຫ້ການປະເມີນດໍາເນີນໄປຢ່າງຖືກຕ້ອງຕາມຫຼັກການຂອງພັກ ແລະ ຖືກຕ້ອງກັບສະພາບເງື່ອນໄຂຄວາມເປັນຈິງຂອງກົມກອງ ເພື່ອນຳສະເໜີຕໍ່ຄະນະພັກຂັ້ນເທິງ ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ໂດຍ: ນາງ ລິນດາ ສັກທະລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ