ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ຢູ່ກອງພັນ 214
ເວລາອອກຂ່າວ: 2026-08-17 12:11:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 553 | ຄວາມນິຍົມ:



ວັນທີ 13 ສິງຫາ 2026 ນີ້, ກອງພັນໃຫຍ່ 402 ໄດ້ເຄື່ອນໄຫວເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ຢູ່ກອງພັນ 214, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ດາວວອນ ສຸກປະເສີດ ຫົວໜ້າການທະຫານ ກອງພັນໃຫຍ່ 402, ມີຄະນະພັກ-ຄະນະບັນຊາກອງພັນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວຄັ້ງນີ້ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມ ຕໍ່ກັບບັນດາຂໍ້ກຳນົດ, ກົດລະບຽບ ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ການປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງໃຫ້ແກ່ກອງທັບ ເພື່ອພ້ອມກັນຕັ້ງໜ້າປັບປຸງແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບ ຂອງກອງທັບປະຊາຊົນລາວຢ່າງເຂັ້ມງວດ ເພື່ອປັບປຸງກໍ່ສ້າງກົມກອງ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມໜັກເໜ້ນເຂັ້ມແຂງ ກາຍເປັນກົມກອງປະຕິວັດ ແລະ ມີແບບແຜນທີ່ທັນສະໄໝ. ໂອກາດນີ້, ສະຫາຍ ພັນເອກ ດາວວອນ ສຸກປະເສີດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຮັບຜິດຊອບ, ຍົກສູງທາງດ້ານແນວຄິດການເມືອງ ພ້ອມກັນປະຕິບັດຕາມຂໍ້ກຳນົດກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ ແລະ ນໍາເອົາເນື້ອໃນຈິດໃຈຄັ້ງນີ້ໄປຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ. ໂດຍ: ໂພຄໍາ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ