ກອງພັນ 227 ປາຖະກະຖາວັນສ້າງຕັ້ງຂະແໜງການ ພະລາທິການກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2026-08-17 12:16:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ: ![]()
ບໍ່ດົນມານີ້, ກອງພັນ 227 ກອງພົນທີ 4 ໄດ້ປາຖະກະຖາມູນເຊື້ອວັນສ້າງຕັ້ງຂະແໜງການພະລາທິການກອງທັບປະຊາຊົນລາວ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນຕີ ຄອນສະຫວັນ ສີວົງໄຊ ຮອງຫົວໜ້າກອງພັນ, ຜູ້ຮັບຜິດຊອບວຽກງານພະລາທິການ ກອງພົນ 227, ມີຄະນະພັກ-ຄະນະບັນຊາ ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ຄອນສະຫວັນ ສີວົງໄຊ ໄດ້ຍົກໃຫ້ເຫັນປະຫວັດ, ມູນເຊື້ອແຫ່ງການສ້າງຕັ້ງ, ຜົນງານການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫຼອດໄລຍະ 70 ປີ ຂອງວຽກງານພະລາທິການ ກອງທັບປະຊາຊົນລາວ ເພື່ອລໍາລຶກເຖິງຜົນງານ, ຄຸນງາມຄວາມດີ ຂອງພະນັກງານ-ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ຜູ້ທີ່ເສຍສະຫຼະເລືອດເນື້ອ ເພື່ອພາລະກິດປົດປ່ອຍຊາດ ແລກເອົາອິດສະຫຼະພາບເຂົ້າມາໃນກຳມື ກໍຄືກັບຄວາມຢູ່ເຢັນເປັນສຸກ ຂອງຜືນດິນລາວ. ດັ້ງນັ້ນ, ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ ດັ່ງກ່າວ ຕ້ອງສືບຕໍ່ສຶກສາອົບຮົມມູນເຊື້ອ, ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນ ຂອງກອງທັບປະຊາຊົນ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນ, ເພີ່ມທະວີຄວາມບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ, ເຊື່ອມຊຶມ ແລະ ສູ້ຊົນປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກກອງພົນທີ 4 ຕິດພັນກັບ 4 ໜ້າທີ່ ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ເປັນຂະບວນການ ແລະ ມີໝາກຜົນຕົວຈິງ, ປັບປຸງ-ກໍ່ສ້າງວຽກງານພະລາທິການ ໃຫ້ເຂັ້ມແຂງ, ໜັກແໜ້ນ ແລະ ຫັນເປັນທັນສະໄໝ, ອອກແຮງສູ້ຊົນປະຕິບັດຄໍາຂວັນ: ຍົກສູງຄຸນນະພາບວຽກງານຮັບປະກັນພະລາທິການ ໃຫ້ກົມກອງ ກໍຄືກອງທັບຢ່າງປະດິດສ້າງ ແລະ ມີປະສິດທິຜົນສູງ ຕິດພັນກັບການຍູ້ແຮງຂະບວນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕາມແນວທາງ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປະກົດຜົນເປັນຈິງ ໃນໄລຍະໃໝ່ ແລະ ເປັນຂະບວນການຟົດຟື້ນກວ່າເກົ່າ ປະກອບສ່ວນໃນການປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຍາດເອົາຜົນງານອັນໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ.
ໂດຍ: ສົມປອງ ຫຼວງຄຳແດງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















