ກອງປະຊຸມພົບປະແລກປ່ຽນ ວຽກງານປ້ອງກັນຊາຍແດນ ປະຈໍາປີ 2026
ເວລາອອກຂ່າວ: 2026-08-17 12:20:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 602 | ຄວາມນິຍົມ: ![]()
ກອງປະຊຸມພົບປະແລກປ່ຽນ ວຽກງານປ້ອງກັນຊາຍແດນ ປະຈໍາປີ 2026 ລະຫວ່າງ ກອງບັນຊາການທະຫານແຂວງຫຼວງນໍ້າທາ ກັບ ກອງບັນຊາການທະຫານປ້ອງກັນຊາຍແດນກິ່ງແຂວງສິບສອງປັນນາ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2026 ນີ້, ທີ່ ເມືອງຫຼ້າ ສປ ຈີນ, ຝ່າຍລາວນຳໂດຍ ສະຫາຍ ພັນເອກ ບຸນມີ ໄຊປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ຝ່າຍຈີນນຳໂດຍ ສະຫາຍ ພັນເອກ ເສວເຈີ ຫົວໜ້າການເມືອງ ກອງບັນຊາການທະຫານປ້ອງກັນຊາຍແດນກິ່ງແຂວງສິບສອງປັນນາ ກອງທັບປົດປ່ອຍປະຊາຊົນຈີນ, ມີພາກສ່ວນທີ່ກ່ຽວຂ້ອງ ທັງ 2 ຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ສອງຝ່າຍ ໄດ້ທົບທວນຄືນຜົນ ຂອງການປະຕິບັດວຽກງານຮ່ວມກັນໃນໄລຍະທີ່ຜ່ານມາ ທັງແລກປ່ຽນຄວາມຄິດເຫັນ ແລະ ປຶກສາຫາລື ກ່ຽວກັບການແກ້ໄຂບັນຫາຕ່າງໆ ຮ່ວມກັນ ເປັນຕົ້ນ ການລັກລອບຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ ແລະ ຢາເສບຕິດ ເຊິ່ງຜ່ານມາເຫັນວ່າທັງສອງຝ່າຍ ໄດ້ພ້ອມກັນເອົາໃຈໃສ່ສຶກສາອົບຮົມ ໃຫ້ປະຊາຊົນທັງສອງປະເທດ ປະຕິບັດກົດໝາຍການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມລະບຽບ, ເປັນເຈົ້າການສະກັດກັ້ນພາກສ່ວນລັກລອບຂ້າມແດນຜິດກົດໝາຍ, ຄ້າຂາຍຢາເສບຕິດ, ລັກລອບເອົາພາຫະນະຂ້າມແດນ, ເພີ່ມທະວີການພົວພັນປະສານສົມທົບ ລະຫວ່າງ ກອງບັນຊາການທະຫານແຂວງຫຼວງນໍ້າທາ ກັບ ກອງບັນຊາການທະຫານປ້ອງກັນຊາຍແດນກິ່ງແຂວງສິບສອງປັນນາ ກອງທັບປົດປ່ອຍປະຊາຊົນຈີນ ເພື່ອພ້ອມກັນສຸມໃສ່ເຮັດໃຫ້ບໍລິເວນຊາຍແດນ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ. ສອງຝ່າຍ ຍັງໄດ້ເປັນເອກະພາບກັນ ໃນຫຼາຍບັນຫາທີ່ສຳຄັນ ກ່ຽວກັບການແກ້ໄຂບັນຫາທີ່ຈະເກີດຂຶ້ນຕາມບໍລິເວນຊາຍແດນ ລາວ-ຈີນ, ຈີນ-ລາວ ໃຫ້ມີຄວາມສອດຄ່ອງດີຂຶ້ນ ແລະ ມີປະສິດທິພາບສູງ ເພື່ອພ້ອມກັນເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຈີນ ບົນພື້ນຖານຫຼັກການ ຂອງຄວາມສະເໝີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບສິດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ເຄົາລົບຄວາມເປັນເອກະລາດທາງດ້ານການເມືອງ, ພ້ອມກັນສ້າງໃຫ້ຂອບເຂດຊາຍແດນ ໃຫ້ມີສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເປັນກ້າວໆ. ພ້ອມນັ້ນ, ຍັງໄດ້ລົງນາມ ໃສ່ບົດບັນທຶກຮ່ວມກັນ ຕື່ມອີກ.
ໂດຍ: ແສງທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















