ຫ້ອງການ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ຈັດກິດຈະກໍາແຂ່ງຂັນ ນັກຮ້ອງສຽງດີ
ເວລາອອກຂ່າວ: 2026-08-17 15:39:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ: ![]()
ວັນທີ 14 ສິງຫາ 2026 ນີ້, ຫ້ອງການ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດກິດຈະກຳແຂ່ງຂັນນັກຮ້ອງສຽງດີ ເພື່ອຂ່ຳນັບຮັບຕ້ອນວັນສໍາຄັນຕ່າງໆ, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ສີທາ ຫອມສົມບັດ ຮອງຫົວໜ້າຫ້ອງການ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີຄະນະຮັບຜິດຊອບ, ແຂກຖືກເຊີນ, ພະນັກງານ-ນັກຮົບ ແລະ ນັກສິລະປະ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີທາ ຫອມສົມບັດ ໄດ້ກ່າວວ່າ: ການແຂ່ງຂັນນັກຮ້ອງສຽງດີ ໃນຄັ້ງນີ້ ເພື່ອ ສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າສະເພາະ ແມ່ນອອກແຮງແຂ່ງຂັນກັນເຝິກອົບຮົມວຽກງານການເມືອງ, ການທະຫານ, ພະລາທິການ-ເຕັກນິກ ຢ່າງເປັນຂະບວນຟົດຟື້ນ. ການແຂ່ງຂັນຄັ້ງນີ້ ມີນັກຮ້ອງເຂົ້າຮ່ວມທັງໝົດ 12 ສະຫາຍ, ຈາກ 8 ພະແນກການ, ກອງຮ້ອຍປ້ອງກັນທີ່ຕັ້ງ, ໝວດສະໜາມ ແລະ ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ. ຜ່ານການແຂ່ງຂັນຕົວຈິງ ລາງວັນທີ 1 ໄດ້ແກ່ ອົງການຈັດຕັ້ງຊາວໜຸ່ມ, ທີ 2 ກອງຮ້ອຍປ້ອງກັນທີ່ຕັ້ງ ແລະ ທີ 3 ພະແນກສື່ສານ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















