ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ໂຮງຮຽນການທະຫານທ້ອງຖິ່ນ ແຂວງຜົ້ງສາລີ ປິດຊຸດອົບຮົມ-ຫັດແອບ ໃຫ້ຄູລັດຖະກອນປ້ອງກັນຊາດ
ເວລາອອກຂ່າວ: 2026-08-17 16:11:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 536 | ຄວາມນິຍົມ:



ວັນທີ 14 ສິງຫາ 2026 ນີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງຜົ້ງສາລີ ໄດ້ຈັດພິທີ ປິດຊຸດອົບຮົມ-ຫັດແອບ ໃຫ້ຄູລັດຖະກອນປ້ອງກັນຊາດ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ກໍາມະການພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ຮອງປະທານຄະນະກໍາການ ປກຊ-ປກສ ແຂວງ, ມີສະຫາຍ ສານ ໄຊຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງ, ຄະນະອໍານວຍການ ໂຮງຮຽນການທະຫານທ້ອງຖິ່ນແຂວງ, ໂຮງຮຽນເຕັກນິກວິຊາຊີບແບບປະສົມ, ຄູ-ອາຈານ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານລັດຖະກອນປ້ອງກັນຊາດ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາບາຍ ສຸລິວົງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງ ວ່າດ້ວຍການອະນຸມັດ ໃຫ້ໂຮງຮຽນການທະທານທ້ອງຖິ່ນ ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃຫ້ຄູລັດຖະກອນປ້ອງກັນຊາດ. ຈາກນັ້ນ, ສະຫາຍ ພັນໂທ ທອງດີ ໄຊທະວົງ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບ ວ່າ: ຄະນະຄູອາຈານ ແລະ ນັກຮຽນ ໄດ້ຕັ້ງໜ້າເອົາໃຈໃສ່ໃນການຫັດແອບ, ກໍາແໜ້ນທາງດ້ານທິດສະດີ, ຫຼັກການ, ສິນລະປະຍຸດ, ຍຸດທະວິທີ, 7 ລະບອບ 18 ວຽກໃນມື້ໜຶ່ງ ຂອງກອງທັບ. ສາມາດສະຫຼຸບໄດ້ຄື: ພາກການເມືອງ ຮຽນເກັ່ງ 30 ສະຫາຍ, ກາງ 70 ສະຫາຍ, ຄາດໝາຍ 73 ສະຫາຍ; ພາກການທະຫານ ວິຊາລະບຽບເກັ່ງ 25 ສະຫາຍ, ກາງ 133 ສະຫາຍ, ຄາດໝາຍ 15 ສະຫາຍ, ວິຊາ ກິລາການທະຫານ ເກັ່ງ 15 ສະຫາຍ, ກາງ 95 ສະຫາຍ, ຄາດໝາຍ 73 ສະຫາຍ, ວິຊາ ສິນລະປະຍຸດ ເກັ່ງ 53 ສະຫາຍ, ກາງ 91 ສະຫາຍ, ຄາດໝາຍ 63 ສະຫາຍ, ວິຊາ ຍຸດທະວິທີ ເກັ່ງ 114 ສະຫາຍ, ກາງ 25 ສະຫາຍ; ພາກພະລາທິການ ເກັ່ງ 53 ສະຫາຍ, ກາງ 50 ສະຫາຍ, ຄາດໝາຍ 70 ສະຫາຍ, ຄູສອນເກັ່ງປະເພດ 1 ຈໍານວນ 14 ສະຫາຍ, ຍິງ 1 ສະຫາຍ, ນັກຮຽນດີເດັ່ນປະເພດ 1 ຈໍານວນ 97 ສະຫາຍ, ຍິງ 41 ສະຫາຍ, ປະເພດ 02 ຈໍານວນ 53 ສະຫາຍ, ຍິງ 23 ສະຫາຍ, ປະເພດ 3 ຈໍານວນ 23 ສະຫາຍ, ຍິງ 13 ສະຫາຍ, ພະນັກງານຮັບໃຊ້ດີເດັ່ນປະເພດ 1 ຈໍານວນ 11 ສະຫາຍ, ຍິງ 4 ສະຫາຍ, ສະເລ່ຍຜົນໄດ້ຮັບທັງໝົດ 99,98 %. ຈາກນັ້ນ, ໃນພິທີ ໄດ້ມອບໃບຢັ້ງຢືນ ໃຫ້ລັດຖະກອນປ້ອງກັນຊາດ ຈໍານວນ 173 ສະຫາຍ ຕື່ມອີກ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ