ຫົວໜ້າກົມໃຫຍ່ເສນາທິການກອງທັບ ຢ້ຽມຢາມ ແລະ ເຮັດວຽກ ຢູ່ເຫຼົ່າຮົບແຜນທີ່
ເວລາອອກຂ່າວ: 2026-08-17 16:24:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 612 | ຄວາມນິຍົມ: ![]()
ວັນທີ 17 ສິງຫາ 2026 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເຫຼົ່າຮົບແຜນທີ່, ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ສຸດໃຈ ດວງໃຈ ຫົວໜ້າກົມແຜນທີ່ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາ, ພະແນກການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງເຫຼົ່າຮົບແຜນທີ່ ເຂົ້າຮ່ວມ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຂອງຫົວໜ້າກົມໃຫຍ່ເສນາທິການກອງທັບຄັ້ງນີ້ ໄດ້ເຂົ້າຢ້ຽມຊົມ ແລະ ກວດກາ ຫ້ອງຕົບແຕ່ງ-ແຕ້ມແຜນທີ່; ຢ້ຽມຊົມຂັ້ນຕອນວິທີການພິມແຜນທີ່ (ດ້ວຍຈັກອົບແຊັດສີດຽວ); ຢ້ຽມຊົມ ບັນດາວັດຖຸ-ອຸປະກອນ ທີ່ຕ່າງປະເທດໃຫ້ການຊ່ວຍເຫຼືອ ຢູ່ໂຮງງານແຜນທີ່ ແລະ ກອງສໍາຫຼວດວັດແທກແຜນທີ່ກອງທັບ. ຈາກນັ້ນ, ສະຫາຍ ພັນເອກ ສຸດໃຈ ດວງໃຈ ໄດ້ສະຫຼຸບ ລາຍງານຫຍໍ້ ວຽກງານທີ່ເຫຼົ່າຮົບແຜນທີ່ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໃຫ້ໄດ້ຮັບຊາບ.
ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານຂອງບັນດາກົມກອງເຫຼົ່າຮົບແຜນທີ່ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພ້ອມທັງ ຊີ້ນໍາຫຼາຍບັນຫາທີ່ສໍາຄັນ ໂດຍສະເພາະບັນດາວິຊາການ ໃຫ້ເອົາໃຈໃສ່ໃນການຈັດຕັ້ງວິຊາສະເພາະຂອງຕົນ ເພື່ອໃຫ້ສໍາເລັດຕາມແຜນການ ເພາະວຽກງານນີ້ເປັນວຽກງານທີ່ລະອຽດ ເພື່ອຮັບປະກັນບໍ່ໃຫ້ເກີດມີຄວາມຜິດພາດ, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ເອົາໃຈໃສ່ຕໍ່ກັບວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ເປັນປົກກະຕິຕໍ່ເນື່ອງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຕາມການມອບໝາຍ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















