ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ຢ້ຽມຢາມ ແລະ ເກັບ​ກຳ​ຂໍ້​ມູນ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ
ເວລາອອກຂ່າວ: 2026-08-18 08:28:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:



ວັນ​ທີ 13 ສິງຫາ 2026 ຜ່ານ​ມາ​ນີ້, ສະຫາຍ ພັນ​ເອກ ສຸກອິນ​ທະ​ມູນ ຮອງ​ຫົວໜ້າ​ການ​ທະຫານ ຫົວໜ້າ​ຫ້ອງ​ອົບຮົມ-ກໍ່ສ້າງ ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ພ້ອມ​ດ້ວຍ​ຄະນະ​ຄູ-ອາຈານ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມ ຢາມ ແລະ ເກັບ​ກຳ​ຂໍ້​ມູນ ຢູ່​ກອງ​ ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ໂດຍ​ການ​ຕ້ອນຮັບ​ຂອງ​ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ວັນ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ບັນດາ​ພະແນກການ ແລະ ນັກ ຮຽນ​ທີ່​ຮຽນ​ຈົບ​ແຕ່​ລະ​ຮຸ້ນ ໃຫ້ ການ​ຕ້ອນຮັບ.      ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ເອກ ສົມພານ ເມືອງ​ຈັນ ຫົວ ໜ້າ​ຫ້ອງ​ເສນາ​ທິ​ການ  ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ຈຸດ​ພິເສດ, ທີ່​ຕັ້ງ, ພາລະ​ບົດບາດ, ລະບົບ​ການຈັດຕັ້ງ ແລະ ຜົນສຳເລັດ​ໃນ​ການ ຈັດຕັ້ງ​ປະຕິບັດ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ໃຫ້​ບັນດາ​ສະຫາຍ​ໄດ້​ຮັບ​ຊາບ, ພ້ອມ​ດຽວ​ກັນ​ນັ້ນ ບັນດາ​ສະຫາຍ ທີ່​ເຂົ້າ​ຮ່ວມ ກໍໄດ້​ພ້ອມ​ກັນ ສະຫຼຸບ​ແລກປ່ຽນ​ຖອດ​ຖອນ​ບົດຮຽນ ຕໍ່​ກັບ​ລະບົບ​ການ​ຮຽນ-ການ​ສອນຂອງ​ໂຮງຮຽນ​ທິດ​ສະ​ດີ​ການ ເມືອງ​ກອງທັບ​ຕະຫຼອດ​ໄລຍະ​ຜ່ານ​ມາ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ປັບປຸງ​ໂຄງການ​ຫຼັກສູດ, ເນື້ອ​ໃນ​ການ​ຮຽນ-ການ​ສອນ ໃຫ້​ແທດເໝາະ​ກັບ​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ, ທັງ​ເປັນ​ການ​ກວດຄືນ​ບັນດາ​ສະຫາຍ​ນັກ​ສຶກ​ສາ ທີ່​ຮຽນ​ຈົບ ຈາກ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ວ່າ​ມີ​ຄວາມ​ຊຳນິ​ຊຳນານ ແລະ ຜົນສຳເລັດ​ຄື​ແນວໃດ ໃນ​ການຈັດຕັ້ງ ວຽກ​ງານ​ພັກ - ວຽກ​ງານ​ການເມືອງ ຢູ່​ກົມ​ກອງ​ຂອງ​ຕົນ. ໂດຍ: ເກດ​ມະນີ ສຸວັນນະ​ລາດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ