ກອງພັນໃຫຍ່ 941 ມອບເງິນຊົດເຊີຍໃຫ້ພະນັກງານຮັບບຳນານ
ເວລາອອກຂ່າວ: 2026-08-18 08:29:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ: ![]()
ໃນວັນທີ 11 ສິງຫາ 2026 ຜ່ານມານີ້, ກອງພັນໃຫຍ່ 941 ໄດ້ຈັດພິທີມອບເງິນຊົດເຊີຍໃຫ້ແກ່ພະນັກງານຮັບບໍານານ ໂດຍການເຂົ້າຮ່ວມ ແລະ ກ່າວມອບຂອງສະຫາຍ ພັນເອກ ສຸດທິກອນ ພິມພັນ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 941 ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ອີງຕາມຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການຮັບບຳນານ, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ໝວດ 1 ມາດຕາ 33 ແລະ 34, ອີງຕາມກົດໝາຍ ວ່າດ້ວຍການປະກັນສັງຄົມ ອີງຕາມຂໍ້ຕົກລົງວ່າດ້ວຍການກຳນົດເງິນອຸດໜູນ, ເງິນກິນເພີ່ມ ແລະ ເງິນນະໂຍບາຍຊ່ວຍໜູນ ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມໃຫຍ່ການເມືອງກອງທັບ ຕົກລົງເຫັນດີມອບເງິນຊົດເຊີຍໃຫ້ແກ່ພະນັກງານຮັບບຳນານ ໃຫ້ສະຫາຍ ພັນຕີ ສຸລິວັນ ພິມມະສອນ ຫົວໜ້າໝວດໜຶ່ງ ກອງຮ້ອຍ 102 ກອງພັນ 901 ກອງພັນໃຫຍ່ 941, ເປັນຈຳນວນເງິນທັງໝົດ 24.827.000 ກີບ .
ໂດຍ: ຂັນທະວີ ແກ້ວກາໃຈ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















