ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ຫ້ອງການເມືອງ ໂຮງຮຽນກໍ່ສ້ານາຍສິບ ເລກ 2 ວຽງໄຊ ປາຖະກະຖາວັນ ສຳຄັນຕ່າງໆ
ເວລາອອກຂ່າວ: 2026-08-18 10:23:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 180 | ຄວາມນິຍົມ:



ວັນທີ 17 ສິງຫາ 2026 ນີ້, ຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ ປາຖະກະຖາວັນ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 49 ປີ(18 ກໍລະກົດ 1977–18 ກໍລະກົດ 2026), ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962–5 ກັນຍາ 2026), ວັນເກີດ ປະທານ ສຸພາ ນຸວົງ ຄົບຮອບ 117 ປີ ( 13 ກໍລະກົດ 1909-13 ກໍລະກົດ 2026), ໂດຍການປາຖະກະຖາ ຂອງສະຫາຍ ພັນໂທ ທອງສາ ການະຄອນ ຮອງຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮວ່ມ. ການປະຖະກະຖາຄັ້ງນີ້, ເພື່ອໂຄສະນາ-ສຶກສາອົບຮົມ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງບັນດາວັນປະຫວັດສາດສຳຄັນດັ່ງກ່າວ ໃຫ້ພະນັກງານ-ນັກຮົບ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນນໍາເອົາມູນເຊື້ອຜົນງານອັນຍິ່ງໃຫຍ່ເຫຼົ່ານັ້ນມາເປັນແວ່ນແຍງ ແລະ ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ນັບມື້ນັບມີຄຸນນະພາບດີຂຶ້ນ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ