ທ່ານ ສົມສະຫວັນ ຈັນທີວົງ ອຸປະຖຳນ້ຳດື່ມ ໃຫ້ສູນບັນຊາ 761
ເວລາອອກຂ່າວ: 2026-08-18 10:31:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ: ![]()
ວັນທີ 17 ສິງຫາ 2026 ນີ້, ທີ່ສູນບັນຊາ 761, ທ່ານ ສົມສະຫວັນ ຈັນທີວົງ ພ້ອມດ້ວຍຄອບຄົວ ໄດ້ອຸປະຖຳນ້ຳດື່ມ ຈຳນວນ 50 ແພັກ ລວມມູນຄ່າ 2.100.000 ກີບ ມອບໃຫ້ສູນບັນຊາ 761 ເພື່ອປະກອບສ່ວນສະໜັບສະໜູນໃຫ້ກົມກອງ ເຄື່ອນໄຫວຂະບວນການດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບປ້ອງກັນອາກາດ ຄົບຮອບ 65 ປີ (12 ທັນວາ 1961-12 ທັນວາ 2026), ໂດຍການກ່າວຮັບ ຂອງສະຫາຍ ພັນໂທ ເສີມ ບຸນຍະສານ ຫົວໜ້າການເມືອງ ສູນບັນຊາ 761.
ໂອກາດນີ້, ສະຫາຍ ພັນໂທ ເສີມ ບຸນຍະສານ ໄດ້ສະແດງຄວາມຂອບໃຈມາຍັງຄອບຄົວ ຂອງທ່ານ ສົມສະຫວັນ ຈັນທີວົງ ທີ່ເຫັນໄດ້ຄວາມໝາຍ, ຄວາມສຳຄັນ ຂອງວັນສ້າງຕັ້ງເຫຼົ່າຮົບປ້ອງກັນອາກາດ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານຂະບວນການດ້ານຕ່າງໆ ຂອງກົມກອງ, ພ້ອມທັງ ອວຍພອນໄຊໃຫ້ ທ່ານ ສົມສະຫວັນ ພ້ອມດ້ວຍຄອບຄົວ ຈົ່ງມີແຕ່ຄວາມຜາສຸກ ແລະ ຈະເລີນກ້າວໜ້າໃນໜ້າທີ່ການງານ ຂອງຕົນ.
ໂດຍ: ສະຫວີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















