ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ກອງພັນທີ 5 ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ
ເວລາອອກຂ່າວ: 2026-08-18 10:41:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 217 | ຄວາມນິຍົມ:



ວັນທີ 14 ສິງຫາ 2026 ນີ້, ກອງພັນທີ 5 ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໂດຍການປະຖະກະຖາ ຂອງສະຫາຍ ພັນໂທ ດ່ອນ ບຸນທະວົງ ຫົວໜ້າການເມືອງ ກອງພັນທີ 5, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ດ່ອນ ບຸນທະວົງ ໄດ້ເລົ່າຄືນ ປະຫວັດການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການແນວລາວສ້າງຊາດ (ແນວໂຮມແຫ່ງຊາດລາວ), ຄວາມມີນໍ້າໃຈຮັກຊາດ ຂອງພະນັກງານ-ນັກຮົບ ຮຸ່ນກ່ອນ ໃນການຕໍ່ສູ້ຕ້ານຈັກກະພັດຮຸກຮານໃນແຕ່ລະໄລຍະຜ່ານມາ ຈົນຍາດມາໄດ້ເອກະລາດ ເປັນເຈົ້າຕົນເອງ. ທັງນີ້, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມຢ່າງເລິກເຊິ່ງ ເຖິງຄວາມໝາຍສໍາຄັນ ຂອງວັນສ້າງຕັ້ງແນວລາວສ້າງຊາດ ຮໍ່າຮຽນເອົາມູນເຊື້ອພິລະອາດຫານ ຄວາມເດັດດ່ຽວໜຽວແໜ້ນ ມາຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ເກີດດອກອອກຜົນ ເຊື່ອໝັ້ນຕໍ່ແນວນທາງນະໂຍບາຍຂອງພັກ-ລັດ. ໂດຍ: ໂພໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ