ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ເປີດຊຸດຮຽນສະໜັບສະໜູນ ແລະ ກົດລະບຽບພັກ ໃຫ້ມະຫາຊົນຜູ້ກ້າວໜ້າ
ເວລາອອກຂ່າວ: 2026-08-18 11:51:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ:



ວັນທີ 14 ສິງຫາ 2026 ນີ້, ພະແນກໂຄສະນາອົບຮົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ເປີດຊຸດຮຽນສະໜັບສະໜູນ ແລະ ຮຽນກົດລະບຽບພັກປະຊາຊົນປະຕິວັດລາວ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ໄມ່ແປງ ວິໄລຈັກ ເລຂາໜ່ວຍພັກ, ຫົວໜ້າພະແນກໂຄສະນາອົບຮົມ ຫ້ອງການເມືອງ, ມີພະນັກງານວິຊາການ ພ້ອມດ້ວຍບັນດາມະຫາຊົນຜູ້ກ້າວໜ້າ ທີ່ໄດ້ຮັບການຄັດເລືອກຈາກບັນດາກົມກອງ ແລະ ພະແນກການອ້ອມຂ້າງ ເຂົ້າຮ່ວມ. ໃນຊຸດຮຽນຄັ້ງນີ້, ບັນດາມະຫາຊົນຜູ້ກ້າວໜ້າ ໄດ້ຮັບຟັງການບັນຍາຍເອກະສານ ຮຽນສະໜັບສະໜູນ ເພື່ອໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດ, ມູນເຊື້ອອັນອາດຫານ, ທັດສະນະ ແລະ ແນວທາງການເມືອງຂອງພັກປະຊາຊົນປະຕິວັດລາວ, ພັກເປັນຜູ້ຊີ້ນຳ ແລະ ນຳພາທຸກໄຊຊະນະ ຂອງການປະຕິວັດລາວ. ກົດລະບຽບຂອງພັກ ໄດ້ຄົ້ນຄວ້າກ່ຽວກັບທາດແທ້, ມາດຕະຖານ, ພັນທະ, ສິດທິຂອງສະມາຊິກພັກ, ຫຼັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງພັກ ເພື່ອເປັນສິ່ງເຕືອນໃຈ ແລະ ເປັນເຂັ້ມທິດໃນການເຝິກຝົນຫຼໍ່ຫຼອມຕົນເອງ, ທຸກໆ ບົດຮຽນ ແລະ ທຸກໆ ເອກະສານ ບໍ່ແມ່ນພຽງແຕ່ແມ່ນທິດສະດີຢູ່ເທິງໜ້າເຈ້ຍ, ແຕ່ແມ່ນການຖ່າຍທອດ ຈິດວິນຍານແຫ່ງຄວາມຈົງຮັກພັກດີຈາກຮຸ່ນສູ່ຮຸ່ນ ເພື່ອໃຫ້ມະຫາຊົນຜູ້ກ້າວໜ້າໄດ້ເຫັນອຸດົມການອັນບໍລິສຸດ ແລະ ມີຄວາມຕັດສິນໃຈຢ່າງແຮງກ້າ ທີ່ຈະກ້າວເຂົ້າສູ່ຖັນແຖວ ຂອງພັກໃນອະນາຄົດ. ໂອກາດນີ້, ສະຫາຍ ປະທານ ໄດ້ໂອ້ລົມຫຼາຍບັນຫາສໍາຄັນ ຕື່ມອີກ. ໂດຍ: ນາງ ສຸນາລີ ອຸ່ນວີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ