ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ກອງພັນຂົນສົ່ງ 402 ກອງທັບ ປາຖະກະຖາ 3 ວັນປະຫວັດສາດ
ເວລາອອກຂ່າວ: 2026-08-18 15:02:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:



ວັນທີ 18 ສິງຫາ 2026 ນີ້, ກອງພັນຂົນສົ່ງ 402 ກອງທັບ ໄດ້ປາຖະກະຖາ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ, ວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນຍຶດອໍານາດ ທົ່ວປະເທດ ຄົບຮອບ 81 ປີ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ແສງທອງ ໄຊຍະວົງ ຫົວໜ້າກອງພັນຂົນສົ່ງ 402 ກອງທັບ, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ແສງທອງ ໄຊຍະວົງ ໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ (ແນວໂຮມແຫ່ງຊາດລາວ) ຊາດລາວເປັນຊາດໜຶ່ງທີ່ມີປະຫວັດສາດແຫ່ງການກໍ່ຕັ້ງອັນສະຫງ່າງາມ, ມີຄວາມສາມັກຄີປອງດອງ ແລະ ມີມູນເຊື້ອໃນການຕໍ່ສູ້ຢ່າງພິລະອາດຫານ, ພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກເຄື່ອນໄຫວເປີດເຜີຍ, ມີອົງການລັດເຮັດບົດບາດບໍລິຫານຄຸ້ມຄອງ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການສັງຄົມຕ່າງໆ ໄດ້ຍົກສູງບົດບາດໃນການເຕົ້າໂຮມກ້ອນກໍາລັງສາມັກຄີປອງດອງທົ່ວປວງຊົນ, ໂຄສະນາ-ສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປຸກລະດົມປະຊາຊົນບັນດາເຜົ່າປະຕິບັດແຜນນະໂຍບາຍຮຳບາດແຜສົງຄາມໄລຍະ 10 ປີທຳອິດ, ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ, ປຸກລະດົມຂະບວນການແກ້ໄຂຄວາມທຸກຍາກ, ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບ ດ້ານສ້າງບ້ານ-ກຸ່ມບ້ານພັດທະນາ, ຍູ້ແຮງວຽກງານ 3 ສ້າງ ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ແລະ ສ້າງເງື່ອນໄຂໃຫ້ແກ່ການນໍາພາປະເທດຊາດຫຼຸດພົ້ນສະຖານະພາບປະເທດດ້ອຍພັດທະນາ. ສະພາບແວດລ້ອມແຫ່ງການກໍາເນີດລັດຖະທຳມະນູນ ຂອງ ສປປ ລາວ, ພາຍຫຼັງປະເທດຊາດ ໄດ້ຮັບການສະຖາປະນາ ເປັນ ສປປ ລາວ, ພັກໄດ້ວາງແນວທາງ ແລະ ນໍາພາປະຊາຊົນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປີ 1986 ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍເລີ່ມຈາກການປ່ຽນແປງທາງດ້ານເສດຖະກິດ, ຫັນຈາກການຄຸ້ມຄອງລວມສູນບໍລິຫານເກື້ອກູນໄປສູ່ການຄຸ້ມຄອງຕາມກົນໄກຕະຫຼາດ ທີ່ມີການໄລ່ລຽງເສດຖະກິດ ແລະ ມີການດັດສົມຂອງລັດ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ດັ່ງກ່າວ ຈຶ່ງມີຄວາມຈຳເປັນຕ້ອງຫັນໄປສູ່ການຄຸ້ມຄອງລັດດ້ວຍລັດຖະທຳມະນູນ ແລະ ກົດໝາຍຢ່າງເປັນເອກະພາບ ດ້ວຍເຫດນັ້ນ ກອງປະຊຸມ ເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ( ປີ 1991) ຈຶ່ງໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນ ສະບັບທຳອິດ ຂອງ ສປປ ລາວ ເຊິ່ງໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991, ຄວາມໝາຍ, ລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານ ຂອງລະບອບ ປະຊາທິປະໄຕປະຊາຊົນລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າໃຫ້ຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່ ເພີ່ມທະວີຄວາມສາມະຄີປວງຊົນລາວທັງຊາດເຊີດຊູບົດບາດເປັນເຈົ້າການ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກຳນົດໄວ້, ການປະກາດໃຊ້ລັດຖະທຳມະນູນ ເປັນເຫດການການເມືອງທີ່ສໍາຄັນຂອງຊາດ, ທັງເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍເທື່ອລະກ້າວ, ສ່ອງແສງໃຫ້ເຫັນເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງລະບອບປະຊາທິປະໄຕປະຊາຊົນລາວ ພາຍໃຕ້ການນໍາພາອັນຖືກຕ້ອງ ຂອງພັກປະຊາຊົນປະຕິວັດລາວ, ທັງເປັນການຢັ້ງຢືນຕໍ່ໂລກ ກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງ ສປປ ລາວ. ວັນຍຶດອໍານາດ 23 ສິງຫາ ມີຄວາມໝາຍຄວາມສໍາຄັນຫຼາຍສໍາລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ, ແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອໍານາດການປົກຄອງໃນທົ່ວປະເທດແບບບົວບໍ່ຊໍ້ານໍ້າບໍ່ອຸ່ນ, ແມ່ນໄຊຊະນະ ຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງ ຂອງການປະຕິວັດລາວຢ່າງປະດິດສ້າງ, ແມ່ນໄຊຊະນະ ຂອງກໍາລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະ ຂອງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ ປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼກັນຕ້ານສັດຕູໂຕດຽວກັນຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປັດຈຸບັນ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ