ພະແນກກົດໝາຍ ຫ້ອງການເມືອງ ກອງບັນຊາການທະຫານແຂວງອັດຕະປື ສຳເລັດການເຄື່ອນໄຫວຊຸກຍູ້ວຽກງານ ຢູ່ 20 ກົມກອງ
ເວລາອອກຂ່າວ: 2026-08-18 15:13:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ: ![]()
ໃນລະຫວ່າງທ້າຍເດືອນ ກໍລະກົດ ຫາ ກາງເດືອນ ສິງຫາ 2026 ນີ້, ພະແນກກົດໝາຍ ຫ້ອງການເມືອງ ກອງບັນຊາການທະຫານແຂວງອັດຕະປື ໄດ້ສຳເລັດການເຄື່ອນໄຫວຊຸກຍູ້ວຽກງານຍຸຕິທຳ ແລະ ໂຄສະນາ ເຜີຍແຜ່ນິຕິກຳ, ລະບຽບກົດໝາຍ ຢູ່ 20 ກົມກອງ ປະຈຳປີ 2026 ແລະ ວາງທິດທາງແຜນການ ປະຈຳປີ 2027, ໂດຍພາຍໃຕ້ການນໍາພາ ຂອງສະຫາຍ ພັນໂທ ບຸນຍົງ ໄຊຍະຕະກຸນ, ຮອງຫົວໜ້າຫ້ອງການເມືອງ, ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ, ຄະນະຮັບຜິດຊອບ ຈາກພະແນກກົດໝາຍ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍພະນັກງານ-ນັກຮົບ ຈາກ 20 ກົມກອງ ທີ່ຂຶ້ນກັບກອງບັນຊາການທະຫານແຂວງ ເຂົ້າຮ່ວມ.
ສະຫາຍ ພັນຕີ ທອງໄຫຼ ເທດສານາວົງ ຮອງຫົວໜ້າພະແນກກົດໝາຍ ຫ້ອງການເມືອງ ກອງບັນຊາການທະຫານເເຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງ ວ່າດ້ວຍການແຕ່ງຕັ້ງອະນຸກຳມະການຊີ້ນຳລວມ ແລະ ຄະນະຮັບຜິດຊອບເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ປະຈຳປີ 2026. ສຳລັບການເຜີຍແຜ່ນິຕິກຳລະບຽບກົດໝາຍໃນຄັ້ງນີ້, ຈະໄດ້ເຊື່ອມຊຶມ ລວມມີ 10 ນິຕິກຳ ຄື: 1. ດໍາລັດ ວ່າດ້ວຍການຄຸ້ມຄອງບໍລິເວນຊາຍແດນ ປະກອບມີ 7 ໝວດ, 32 ມາດຕາ; 2. ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ປະກອບມີ 8 ພາກ 20 ໝວດ, 81 ມາດຕາ; 3. ກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ ປະກອບມີ 5 ພາກ, 8 ໝວດ, 50 ມາດຕາ; 4. ຂໍ້ກໍານົດ ວ່າດ້ວຍນາຍສິບ ແລະ ພົນທະຫານ ໃນກອງທັບປະຊົນລາວ ປະກອບມີ 9 ໝວດ, 31 ມາດຕາ; 5. ກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ປະກອບມີ 11 ພາກ, 10 ໝວດ, 89 ມາດຕາ; 6. ກົດໝາຍ ວ່າດ້ວຍຢາເສບຕິດ ປະກອບມີ 9 ພາກ, 13 ໝວດ, 80 ມາດຕາ; 7. ປະມວນກົດໝາຍອາຍາ ປະກອບມີ 3 ພາກ, 13 ໝວດ, 425 ມາດຕາ; 8. ປະມວນກົດໝາຍແພ່ງ ປະກອບມີ 9 ພາກ, 51 ໝວດ 630 ມາດຕາ; 9. ກົດໝາຍ ວ່າດ້ວຍ ອົງການໄອຍະການທະຫານ ປະກອບມີ 9 ພາກ, 9 ໝວດ 66 ມາດຕາ; 10. ຂໍ້ກໍານົດ ວ່າດ້ວຍທີ່ຕັ້ງ, ພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງພະແນກກົດໝາຍ 5 ໝວດ 12 ມາດຕາ; ພາຍຫຼັງເຜີຍແຜ່ກົດໝາຍສໍາລັດ ນາຍ ແລະ ພົນທະຫານ ຢູ່ແຕ່ລະກົມກອງ ໄດ້ຜັດປ່ຽນກັນຂຶ້ນຖາມ-ຕອບ ແລກປ່ຽນບົດຮຽນຍົກຕົວຢ່າງເຫດການ, ປະກົດການ, ຄະດີ, ຂໍ້ຂັດແຍ່ງ ເພື່ອຊອກຫາວິທີແກ້ໄຂໃຫ້ເຂົ້າສູ່ລະບຽບກົດໝາຍ. ເຊິ່ງຈຸດປະສົງການເຜີຍແຜ່ກົດໝາຍໃນຄັ້ງນີ້ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້, ໜໍ່ແໜ່ງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ຢູ່ພາຍໃນກົມກອງ ໃຫ້ມີຄວາມສະຫງົບ ປອດໃສ ປອດໄພ ປອດຄະດີ ໃນເມື່ອໄດ້ຮັບຮູ້ເຊື່ອມຊຶມລະບຽບກົດໝາຍແລ້ວ ບໍ່ໃຫ້ນາຍ ແລະ ພົນທະຫານ ລະເມີດ, ຝ່າຝືນຂໍ້ກໍານໍົດ, ກົດລະບຽບກົດໝາຍເດັດຂາດ. ຜ່ານການເຜີຍແຜ່ກົດໝາຍໃນເທື່ອນີ້ ສາມາດຕີລາຄາປະເມີນຄວາມຮັບຮູ້ເຂົ້າໃຈ ຂອງນາຍ ແລະ ພົນທະຫານ ແຕ່ລະກົມກອງ ເຫັນວ່າມີຄວາມຮັບຮູ້ ແລະ ເຂົ້າໃຈໄດ້ 95% ຂຶ້ນໄປ.
ໂອກາດນີ້, ຄະນະເຄື່ອນໄຫວເຜີຍແຜ່ນິຕິກຳ, ລະບຽບກົດໝາຍ ຂອງພະແນກກົດໝາຍ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ມອບປຶ້ມກົດໝາຍ ຈຳນວນ 20 ຫົວ ໃຫ້ຄະນະພັກ-ຄະນະບັນຊາ ແຕ່ກົມກອງ,ເພື່ອໄວ້ເປັນບ່ອນອີງ ແລະ ສຶກສາຄົ້ນຄວ້າອີກດ້ວຍ.
ໂດຍ: ສຸກສະໄໝ ນວນມະລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















