ກອງຮ້ອຍທະຫານຊາຍແດນ 159 ປາຖະກະຖາວັນສ້າງຕັ້ງຂະແໜງການພະລາທິການກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2026-08-18 15:27:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ຢູ່ສະໂມສອນກອງຮ້ອຍທະຫານຊາຍແດນ 159 ແຂວງໄຊຍະບູລີ ໄດ້ປາຖະກະຖາ ວັນສ້າງຕັ້ງຂະແໜງການພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ພັນຕີ ແຫຼມທອງ ສີແສງຈັນ ຮອງຫົວໜ້າກອງຮ້ອຍ ຮັບຜິດຊອບວຽກງານພະລາທິການ ກອງຮ້ອຍທະຫານຊາຍແດນ 159 ແຂວງໄຊຍະບູລີ, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ແຫຼມທອງ ສີແສງຈັນ ໄດ້ເລົ່າຄືນກ່ຽວກັບ ວັນສ້າງຕັ້ງຂະແໜງການພະລາທິການ ກອງທັບ ຍົກໃຫ້ເຫັນປະຫວັດສາດ ແຫ່ງການຕໍ່ສູ້ ອັນພິລາອາດຫານຄຽງບ່າຄຽງໄຫຼ່ ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ກອງທັບປະຊາຊົນລາວ ໃນການຮັບປະກັນດ້ານພະລາທິການ-ເຕັກນິກ, ການປູກຝັງ-ລ້ຽງສັດ ຮັບປະກັນຊີວິດການເປັນຢູ່ ແລະ ປົກປັກຮັກສາສຸຂະພາບຂອງຖັນແຖວພະນັກງານ-ນັກຮົບໃຫ້ມີຄວາມພ້ອມປະຕິບັດໜ້າທີ່ໃນທຸກສະພາບການຕະຫຼອດໄລຍະ 70 ປີ (1956-2026) ແຫ່ງການກໍາເນີດ ແລະ ຂະຫຍາຍຕົວມາເປັນແຕ່ລະໄລຍະ ຂອງວຽກງານພະລາທິການໃນກອງທັບປະຊາຊົນລາວ. ພ້ອມນີ້, ສະຫາຍ ຍັງໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານພະລາທິການ ກອງບັນຊາການທະຫານແຂວງໄຊຍະບູລີໄລຍະ 50 ປີ (1975-2025) ແລະ ໄດ້ຍົກໃຫ້ເຫັນຜົນງານ ຂອງກົມກອງທີ່ສ້າງໄດ້ ນັບຕັ້ງແຕ່ສ້າງຕັ້ງເປັນຕົ້ນມາ.
ທັງນີ້, ເພື່ອເປັນການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ ຂອງວັນປະຫວັດສາດດັ່ງກ່າວ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ບຸກບືນຫ້າວຫັນ, ມີນໍ້າໃຈຮັກຊາດຮັກລະບອບໃໝ່ ຮຽນຮູ້ກ່ຽວກັບ ບົດບາດການໍາພາ ຂອງພັກໃນການສ້າງພະລາທິການກັບທີ່, ສ້າງຄວາມຮັບຮູ້-ເຂົ້າໃຈຕໍ່ມູນເຊື້ອອັນພິລະອາດຫານຄຽງບ່າຄຽງໄຫຼ່ ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ກອງທັບ ກໍຄືກອງບັນຊາການທະຫານແຂວງໄຊຍະບູລີ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮັ່ງມີ.
ໂອກາດນີ້, ຍັງປະກາດການເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ຕື່ມອີກ.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















