ໜ່ວຍຊາວໜຸ່ມ ຫ້ອງພະລາທິການ ທະຫານເເຂວງອັດຕະປື ສະຫຼຸບປະເມີນຜົນ ການກໍ່ສ້າງໜ່ວຍຊາວໜຸ່ມ 4 ບຸກ ປະຈໍາປີ 2026
ເວລາອອກຂ່າວ: 2026-08-18 15:29:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 215 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ໜ່ວຍຊາວໜຸ່ມ ຫ້ອງພະລາາທິການ ກອງບັນຊາການທະຫານແຂວງອັດຕະປື ໄດ້ສະຫຼຸບປະເມີນຜົນ ການກໍ່ສ້າງໜ່ວຍຊາວໜຸ່ມ 4 ບຸກ ປະຈໍາປີ 2026 ແລະ ວາງທິດທາງແຜນການ ປະຈໍາປີ 2027, ໂດຍການເປັນປະທານ ຂອງສະຫາຍ ພັນຕີ ບົວວອນ ແກ້ວວົງສາ ເລຂາໜ່ວຍຊາວໜຸ່ມ ຫ້ອງພະລາທິການ ກອງບັນຊາການທະຫານແຂວງອັດຕະປື, ມີຄະນະໜ່ວຍຊາວໜຸ່ມອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍ ເຂົ້າຮ່ວມ.
ສະຫາຍ ພັນຕີ ຄໍາກີບ ວັນນາຮັກ ຮອງເລຂາໜ່ວຍຊາວໜຸ່ມ ຫ້ອງພະລາທິການ ໄດ້ຜ່ານບົດສະຫຼຸບ ປະເມີນຜົນການກໍ່ສ້າງໜ່ວຍຊາວໜຸ່ມ 4 ບຸກ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ ຕະຫຼອດໄລຍະ 1 ປີຜ່ານມາ ຄະນະໜ່ວຍຊາວໜຸ່ມ ຫ້ອງພະລາທິການ ໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດ ຕິດພັນ ກັບວຽກງານວິຊາສະເພາະ ແລະ ຄົ້ນຄ້ວາຮໍ່າຮຽນບັນດາເອກະສານມະຕິຄຳສັ່ງຕ່າງໆ ຂອງຂັ້ນເທິງ ກໍຄືຂໍ້ກຳນົດ 7 ລະບອບ 18 ວຽກ ຂອງກອງທັບວາງອອກ, ດຳເນີນຊີວິດການເມືອງ ໂດຍຖືເອົາການຕຳນິຕິຊົມເຊິ່ງກັນ ແລະ ກັນ, ປະຕິບັດກົດລະບຽບວິໃນຢ່າງເຂັ້ມງວດ ພ້ອມທັງ ເປັນກຳລັງນຳໜ້າໃຫ້ແກ່ການຈັດຕັ້ງ ປະຕິບັດທຸກໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ. ຜ່ານການປະເມີນຕົວຈິງ ສາມາດປະເມີນຜົນການກໍ່ສ້າງໜ່ວຍຊາວໜຸ່ມ 4 ບຸກ ໄດ້ຄື: ຊາວໜຸ່ມນໍາໜ້າ 4 ບຸກ 26 ສະຫາຍ, ແຂງ 36 ສະຫາຍ, ຍິງ 8 ສະຫາຍ ກວມເອົາ 100 %, ສາມາດຕີລາຄາ ແລະ ປະເມີນຜົນຕົວຈິງ ດ້ານເນື້ອໃນຂໍ້ແຂ່ງຂັນ 4 ບຸກໄດ້ ຄື: ບຸກດ້ານແນວຄິດ 7,97 ຄະແນນ, ບຸກດ້ານເຝິກຝົນຫຼໍ່ຫຼອມຮໍ່າຮຽນ 7,86 ຄະແນນ, ບຸກດ້ານວຽກງານການຈັດຕັ້ງ 8,44 ຄະແນນ, ບຸກດ້ານວິຊາຊີບ ແລະ ສ້າງວຽກເຮັດງານທໍາ 7,83 ຄະແນນ, ລວມທັງ 4 ດ້ານ 32,1 ຄະແນນ, ສະເລ່ຍ 8 ຄະແນນ. ຜ່ານການປະເມີນຜົນຄະແນນຕົວຈິງ ຄະໜ່ວຍ ຈະນຳສະເໜີຂັ້ນເທິງ ເພື່ອຮັບຮອງເອົາໜ່ວຍຊາວໜຸ່ມຫ້ອງພະລາທິການ ເປັນໜ່ວຍຊາວໜຸ່ມ 4 ບຸກ ປະເພດ ເເຂງ ປະຈຳປີ 2026.
ໂດຍ: ສຸກສະໄໝ ນວນມະລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















