ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຫຼວງຂອນ ເມືອງຫຼວງນໍ້າທາ
ເວລາອອກຂ່າວ: 2026-08-18 15:32:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 551 | ຄວາມນິຍົມ:



ໃນຕອນບ່າຍວັນທີ 17 ສິງຫາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຫຼວງຂອນ ເມືອງ ແລະ ແຂວງຫຼວງນໍ້າທາ; ມີເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຫຼວງນໍ້າທາ ແລະ ປະຊາຊົນທ້ອງຖິ່ນດັ່ງກ່າວ ໃຫ້ການຕ້ອນຮັບ. ຕາແສງຫຼວງຂອນ ເປັນໜຶ່ງໃນ 4 ຕາແສງ ທີ່ຂຶ້ນກັບອົງການປົກຄອງເມືອງຫຼວງນໍ້າທາ, ປະກາດສ້າງຕັ້ງໃນວັນທີ 25 ທັນວາ 2025, ຕັ້ງຢູ່ຫ່າງຈາກຫ້ອງວ່າການປົກຄອງເມືອງ 4,5 ກິໂລແມັດ, ມີເນື້ອທີ່ທັງໝົດ 54 ພັນກວ່າເຮັກຕາ, ເນື້ອທີ່ພູດອຍກວມ 44,4% ທິດເໜືອຕິດກັບຕາແສງທົ່ງອົ້ມ, ທິດໃຕ້ຕິດກັບເມືອງວຽງພູຄາ, ທິດຕາເວັນອອກຕິດກັບຕາແສງທົ່ງປຸ່ງ, ທິດຕາເວັນຕົກຕິດກັບເມືອງສິງ, ປະກອບມີ 18 ບ້ານ, ມີ 4.396 ຄອບຄົວ, 3.639 ຫຼັງຄາເຮືອນ, ພົນລະເມືອງ 19.024 ຄົນ, ຍິງ 9.505 ຄົນ. ໃນໂອກາດດັ່ງກ່າວ, ນາຍົກລັດຖະມົນຕີ ໄດ້ໂອ້ລົມ ແລະ ຊີ້ນຳ ຕໍ່ວຽກງານຈຸດສຸມ ຂອງຕາແສງ ບາງດ້ານ ເປັນຕົ້ນ ເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດ ຂອງພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ; ມີສະຕິລະວັງຕົວຕໍ່ກົນອຸບາຍທຳລາຍຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນຕາແສງ ແລະ ເຂດຊາຍແດນ; ກະກຽມດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການພັດທະນາທີ່ຍືີນຍົງ ແລະ ສີຂຽວ; ສົ່ງເສີມການປູກຝັງ-ລ້ຽງສັດ ເປັນສິນຄ້າ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ; ສູ້ຊົນປະຕິບັດແຜນການຜະລິດປະຈຳປີ, ພ້ອມທັງ ກະກຽມຄວາມຮັບມື ກັບໄພພິບັດທຳມະຊາດ ທີ່ອາດເກີດຂຶ້ນຢ່າງໃກ້ຊິດ ແລະ ທັນການ; ປະຕິບັດ 11 ຕົວຊີ້ວັດດ້ານການພັດທະນາ; ສືບຕໍ່ຕິດຕາມການລັກລອບຂຸດຄົ້ນແຮ່ທາດຕ່າງໆ, ລວມທັງ ການດູດແຮ່ຊາຍ-ຫີນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; ປັບປຸງກົນໄກການບໍລິຫານລັດ ໃຫ້ຜ່ານລະບົບປະຕູດຽວ ແລະ ຫັນເປັນດີຈີຕອນ; ຝຶກອົບຮົມຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆ ໃຫ້ບຸກຄະລາກອນຂັ້ນຕາແສງ ແລະ ບ້ານ; ພ້ອມກັນພັດທະນາຕາແສງຫຼວງຂອນ ໃຫ້ກາຍເປັນທ້ອງຖິ່ນທີ່ໝັ້ນຄົງ, ປະຊາຊົນ ມີຊີວິດການເປັນຢູ່ ນັບມື້ດີຂຶ້ນ. ຫຼັງຈາກນັ້ນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມສະພາບຜົນກະທົບຈາກໄພພິບັດນໍ້າຖ້ວມໄຫຼຊຸ ຢູ່ເຂດບ້ານທົ່ງດີ ແລະ ບ້ານນໍ້າດີ, ພ້ອມທັງ ມອບທຶນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ແກ່ອົງການປົກຄອງເມືອງຫຼວງນໍ້າທາ ເພື່ອນຳໄປຊ່ວຍເຫຼືອປະຊາຊົນ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດດັ່ງກ່າວ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ