ຄະນະກຳມະການກອບກູ້ໄພພິບັດ ເຄື່ອນໄຫວກວດກາໂຄງການສ້ອມແປງຫຼັງຄາ ຢູ່ກອງພັນໃຫຍ່ 11
ເວລາອອກຂ່າວ: 2026-08-18 16:30:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 560 | ຄວາມນິຍົມ: ![]()
ວັນທີ 14 ສິງຫາ 2026 ນີ້, ຄະນະກຳມະການກອບກູ້ໄພພິບັດ ໄດ້ເຄື່ອນໄຫວກວດກາໂຄງການສ້ອມແປງຫຼັງຄາ ຢູ່ກອງພັນໃຫຍ່ 11 ນຳໂດຍ ສະຫາຍ ພັນເອກ ວິລະພົງ ໄຊຍະນິກອນ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ, ກົມກວດກາ ກົມໃຫຍ່ການເມືອງກອງທັບ, ກົມການເງິນ ກົມໃຫຍ່ພະລາທິການກອງທັບ, ພະແນກກໍ່ສ້າງ ຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ, ມີບັນດາບໍລິສັດຜູ້ຮັບເໝົາ ພ້ອມດ້ວຍພະນັກງານ, ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ໄດ້ຮັບຟັງການລາຍງານການສ້ອມແປງໂດຍຫຍໍ້ ຈາກຄະນະກວດກາການສ້ອມແປງ ເຊິ່ງປັດຈຸບັນໂຄງການການສ້ອມແປງຫຼັງຄາ ຢູ່ກອງພັນໃຫຍ່ 11 ມີຄວາມຄືບໜ້າ 95% ໃນນີ້, ປະກອບມີ ການສ້ອມແປງຫຼັງຄາອາຄານທີ່ໄດ້ຮັບຄວາມເສຍຫາຍ, ສ້ອງແປງເພດານ ແລະ ລະບົບໄຟຟ້າຄົບຊຸດ.
ຈາກນັ້ນ, ຄະນະກວດກາ ໄດ້ກວດກາສະຖານທີ່ກໍ່ສ້ອມແປງຕາມແຕ່ລະອາຄານ ເພື່ອກວດກາຄວາມຄືບໜ້າໃນການກໍ່ສ້າງຕາມແຕ່ລະຈຸດ ແຕ່ລະອາຄານຢ່າງລະອຽດ, ພ້ອມທັງເຊັນບົດບັນທຶກ ມອບ-ຮັບ ຊົ່ວຄາວ ກັບບໍລິສັດຜູ້ຮັບເໝົາທີ່ເຮັດສຳເລັດ. ພາຍຫຼັງສໍາເລັດການກວດກາສະຖານທີ່ກໍ່ສ້າງ, ຄະນະກວດກາ ໄດ້ປະກອບຄໍາຄິດເຫັນ ຖອດຖອນບົດຮຽນໃສ່ບັນດາໜ້າວຽກໃນການກໍ່ສ້າງ ເພື່ອສັງລວມບາງດ້ານ, ບາງຈຸດທີ່ຍັງງບໍ່ທັນລະອຽດ ແລະ ຊັດເຈນ ຫາວິທີທາງດັດປັບໃຫ້ມີຄວາມເໝາະສົມ, ລະອຽດຈົບງາມ ແລະ ມີຄຸນນະພາບ ຕາມແບບແຜນການທີ່ວາງໄວ້.
ໂດຍ: ໄລບອຍ ຈັນທະມາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















