ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ໂຮງຮຽນທິດສະດີການເມືອງກອງທັບ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ
ເວລາອອກຂ່າວ: 2026-08-18 16:41:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 627 | ຄວາມນິຍົມ:



ວັນທີ 18 ສິງຫາ 2026 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ບຸນທັນ ຈັນທະລິມາ ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະຫ້ອງ, ຄະນະວິຊາຄູ, ກອງພັນນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຫຼ້າ ວິລະພົນ ຫົວໜ້າພະແນກພະນັກງານ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ໂຮງຮຽນທິດສະດີການເມືອງກອງທັບ ຈຳນວນ 29 ສະຫາຍ, ຍິງ 09 ສະຫາຍ ໃນນີ້, ເລື່ອນຊັ້ນຮ້ອຍເອກ ຂຶ້ນຊັ້ນ ພັນຕີ 4 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນຊັ້ນພັນຕີ 11 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ 6 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ 5 ສະຫາຍ, ເລື່ອນຊັ້ນຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ 2 ສະຫາຍ, ເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ 1 ສະຫາຍ. ຂ່າວໂດຍ: ນາງ ລີຈອຍ ອິນທະວົງ ພາບໂດຍ: ວົງສະກອນ ເທບພະນົມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ