ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ກອງບັນຊາການທະຫານແຂວງຈໍາປາສັກ ປາຖະກະຖາ ວັນສ້າງຕັ້ງຂະແໜງພະລາທິການກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2026-08-18 16:44:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 579 | ຄວາມນິຍົມ:



ວັນທີ 18 ສິງຫາ 2026 ນີ້, ຫ້ອງພະລາທິການ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ ປາຖະກະຖາ ມູນເຊື້ອວັນສ້າງຕັ້ງຂະແໜງພະລາທິການ ກອງທັບປະຊາຊົນລາວ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ຖາວອນ ສິນທະປະເສີດ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ, ກອງບັນຊາການທະຫານ 9 ເມືອງ, 1 ນະຄອນ, ໂຮງຮຽນ, ໂຮງໝໍ, ກອງພັນ, ກອງຮ້ອຍເອກະລາດ, ກອງຮ້ອຍທະຫານຊາຍເເດນ ຕະຫຼອດຮອດພະນັກງານ-ນັກຮົບ ຜູ້ທີ່ຮັບຜິດຊອບວຽກງານພະລາທິການ ທົ່ວກອງບັນຊາການທະຫານແຂວງຈໍາປາສັກ ເຂົ້າຮ່ວມ. ສະຫາຍ ພັນເອກ ຖາວອນ ສິນທະປະເສີດ ໄດ້ເລົ່າຄືນປະຫວັດ ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງການພະລາທິການ ກອງທັບປະຊາຊົນລາວ ໃນໄລຍະ 70 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຂົງເຂດວຽກງານພະລາທິການ ທັງເປັນການລໍ້າລຶກເຖິງຜົນງານ, ຄຸນງາມຄວາມດີ ຂອງພະນັກງານ-ສະມາຊິກພັກ, ນັກຮົບ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ຄຽງບ່າຄຽງໄຫຼ່ ແລະ ເປັນເສນາທິການທີ່ເຂັ້ມແຂງ ໃຫ້ແກ່ກອງທັບປະຊາຊົນລາວ ໃນການຮັບປະກັນດ້ານພະລາທິການ-ເຕັກນິກ, ການປູກຝັງ-ລ້ຽງສັດ, ການຮັບປະກັນຊີວິດການເປັນຢູ່ ແລະ ການປົກປັກຮັກສາສຸຂະພາບ ຂອງຖັນແຖວພະນັກງານ-ນັກຮົບ ໃຫ້ມີຄວາມພ້ອມສູ້ຮົບ ແລະ ປະຕິບັດໜ້າທີ່ໃນທຸກສະພາບການ. ຕະຫຼອດໄລຍະ 70 ປີແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ວຽກງານພະລາທິການກອງທັບປະຊາຊົນລາວ ໄດ້ສ້າງວິລະກໍາອັນລໍ້າເລີດ ຈາກກອງລໍາລຽງຂະໜາດນ້ອຍທີ່ອາໄສແຮງງານຄົນແບກຫາບໃນປ່າເລິກ, ກ້າວຂຶ້ນມາເປັນກຳລັງທ້ອງຖິ່ນ, ກໍາລັງຫຼວງ ທີ່ທັນສະໄໝ ແລະ ເປັນເສັ້ນເລືອດໃຫຍ່ທີ່ຫຼໍ່ລ້ຽງທຸກໄຊຊະນະ ຂອງການປະຕິວັດລາວ. ຜົນງານດັ່ງກ່າວ ແມ່ນແລກມາດ້ວຍຄວາມເສຍສະຫຼະ, ການສຸມທຸກເຫື່ອແຮງ, ສະຕິປັນຍາ ແລະ ເລືອດເນື້ອ ຂອງພະນັກງານ-ນັກຮົບພະລາທິການຫຼາຍຮຸ່ນຄົນ ເພື່ອພາລະກິດປົດປ່ອຍຊາດ ແລກກັບອິດສະຫຼະພາບເຂົ້າມາໃນກຳມື ກໍຄືຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນ ໃນຜືນແຜ່ນດິນລາວ. ໂດຍ: ນາງ ສີລິຄານ ສີດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ