ຮອງຫົວໜ້າກົມໃຫຍ່ເຕັກນິກ ລົງເຄື່ອນໄຫວກວດກາ, ຊຸກຍູ້ ວຽກງານເຕັກນິກ ຢູ່ກອງບັນຊາການທະຫານ ແຂວງຫຼວງພະບາງ
ເວລາອອກຂ່າວ: 2026-08-18 16:49:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 596 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 17-18 ສິງຫາ 2026 ນີ້, ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວກວດກາ, ຊຸກຍູ້ວຽກງານເຕັກນິກ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ, ສະຫາຍ ພັນໂທ ບົວວອນ ສຸລິວົງ ຫົວໜ້າຫ້ອງເຕັກນິກ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເຄື່ອນໄຫວເຮັດວຽກ ໃນຄັ້ງນີ້, ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ໂດຍສະເພາະແມ່ນການນໍາພາ-ຊີ້ນໍາ ພະນັກງານວິຊາສະເພາະ ໃນການຄຸ້ມຄອງ, ປົກປັກຮັກສາ, ບົວລະບັດ ແລະ ນໍາໃຊ້ພາຫະນະເຕັກນິກ, ອາວຸດ-ກະສຸນ ຕາມລະບຽບການຂອງຂັ້ນເທິງວາງອອກ ເພື່ອຮັບປະກັນໃຫ້ພາຫະນະ ແລະ ອາວຸດ-ຍຸດໂທປະກອນ ມີຄຸນນະພາບດີ, ພ້ອມໃຊ້ງານໄດ້ 100%.
ໂອກາດນີ້ ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດ “ວັນເຕັກນິກ” ເພື່ອກວດກາສະພາບລົດ-ອຸປະກອນ ເປັນປະຈໍາ 1 ຄັ້ງຕໍ່ເດືອນ ແລະ ການແລ່ນຍາວທຸກໆ 3 ເດືອນ ລວມໄປເຖິງການສ້າງຂໍ້ກໍານົດພາຍໃນກົມກອງ ເພື່ອຮັບປະກັນໃຫ້ພາຫະນະ ແລະ ອາວຸດ-ຍຸດໂທປະກອນ ມີຄຸນນະພາບດີ, ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຢຶດໝັ້ນຫຼັກການໃນການປົກປັກຮັກສາພາຫະນະເຕັກນິກ, ອາວຸດ-ຍຸດໂທປະກອນ ບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ຮັບປະກັນໄດ້ທາງດ້ານຄຸນນະພາບ ເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















