ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງຫຼວງນໍ້າທາ
ເວລາອອກຂ່າວ: 2026-08-18 16:53:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 563 | ຄວາມນິຍົມ: ![]()
ວັນທີ 18 ສິງຫາ 2026 ນີ້, ທີ່ສະໂມສອນແຂວງຫຼວງນໍ້າທາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງຫຼວງນໍ້າທາ; ມີເລຂາພັກແຂວງ ແລະ ປະທານຄະນະກຳມະການປົກຄອງແຂວງ ນຳພາຄະນະ ເຂົ້າຮ່ວມ.
ສະຫາຍ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ ວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວ, ສັງຄົມມີຄວາມສະຫງົບປອດໄພ ໂດຍພື້ນຖານ, ໃນໄລຍະ 6 ເດືອນຕົ້ນປີ 2026 ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 2.210 ຕື້ກວ່າກີບ ເທົ່າກັບ 58,4% ຂອງແຜນການປີ; ການປະຕິບັດແຜນລາຍຈ່າຍ ໄດ້ 220 ຕື້ກວ່າກີບ ເທົ່າກັບ 26,24% ຂອງແຜນປີ; ໄດ້ເອົາໃຈໃສ່ຊຸກຍູ້, ສົ່ງເສີມປູກເຂົ້ານາແຊງ, ນາປີ ແລະ ຜະລິດພືດສະບຽງອາຫານ, ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ, ເຊິ່ງເດັ່ນກວ່າໝູ່ແມ່ນຂະບວນການປູກອ້ອຍ ຢູ່ເມືອງສິງ ແລະ ເມືອງລອງ ໄດ້ຜົນຜະລິດເກືອບ 1 ລ້ານໂຕນ ແລະ ເກັບກູ້ນໍ້າຢາງພາລາໄດ້ 77.485 ໂຕນ; ວຽກງານອຸດສາຫະກຳ ແລະ ການຄ້າ ມີການຂະຫຍາຍຕົວ; ພື້ນຖານໂຄງລ່າງ ໄດ້ຮັບການປົກປັກຮັກສາ, ກໍ່ສ້າງ ແລະ ສ້ອມແປງ, ພ້ອມກັນນັ້ນ ໄດ້ເອົາໃຈໃສ່ປັບປຸງຄຸນນະພາບ ຂອງການສຶກສາ ແລະ ການບໍລິການດ້ານສາທາລະນະສຸກ ໃຫ້ດີຂຶ້ນກວ່າເກົ່າ.
ໃນໂອກາດດັັ່ງກ່າວ, ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັບປະກັນສະຖຽນລະພາບທາງການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍສຸມໃສ່ແກ້ໄຂບັນຫາສະແກມເມີ, ການຫຼອກລວງທາງອອນລາຍ, ບັນຫາຢາເສບຕິດ, ການເກັບກູ້ອາວຸດເສິກ ແລະ ອື່ນໆ, ພ້ອມທັງ ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ກໍ່ຄືຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ແລະ ມະຕິ 02/ລບ ໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ເປັນແຜນການ-ແຜນງານອັນລະອຽດ, ມີໂຄງການ, ມີຄາດໝາຍສໍາເລັດ ເພື່ອຫຼຸດຜ່ອນການເພີ່ງພາການນໍາເຂົ້າຈາກຕ່າງປະເທດ; ກະກຽມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ; ຫັນການເກັບລາຍຮັບເປັນທັນສະໄໝ, ຈັດເກັບລາຍຮັບເຂົ້າງົບປະມານ ຈາກຖານທີ່ມີແລ້ວ ໃຫ້ຄົບຖ້ວນ, ພ້ອມທັງ ເອົາໃຈໃສ່ຂະຫຍາຍຖານລາຍຮັບໃໝ່ ໃຫ້ມີຄວາມໝັ້ນຄົງ, ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການລົງທຶນ; ຄຸ້ມຄອງການຂຸດຄົ້ນແຮ່ທາດ ຕາມຄໍາສັ່ງສະບັບເລກທີ 06/ນຍ ແລະ ຄຳສັ່ງ ສະບັບເລກທີ 46/ນຍ ໂດຍມີການຕິດຕາມ, ກວດກາ ແລະ ມີມາດຕະການຢ່າງເດັດຂາດ; ປັບປຸງຄຸນນະພາບການຮຽນ-ການສອນ ໃຫ້ໄດ້ດີ, ກະກຽມຄວາມພ້ອມໃຫ້ແກ່ການນຳໃຊ້ຫຼັກສູດສາມັນສຶກສາລະບົບໃໝ່ 6+3+3, ພ້ອມທັງ ເຝົ້າລະວັງພະຍາດ ຕາມລະດູການ; ເພີ່ມທະວີການຕິດຕາມ-ຮັບມືກັບໄພທຳມະຊາດ ທີ່ອາດເກີດຂຶ້ນ ຢ່າງທັນການ; ສົ່ງເສີມການຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ, ຄຸ້ມຄອງແຮງງານຕ່າງດ້າວ ໃຫ້ເຂົ້າສູ່ລະບົບ; ສືບຕໍ່ເອົາໃຈໃສ່ພົວພັນຮ່ວມມືກັບປະເທດໃກ້ຄຽງ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ດຶງດູດການລົງທຶນ.
ຫຼັງຈາກນັ້ນ, ນາຍົກລັດຖະມົນຕີ ໄດ້ມອບທຶນ ແລະ ເຄື່ອງຊ່ວຍເຫຼືອແກ້ໄຂຜົນກະທົບ ຈາກໄພພິບັດນໍ້າຖ້ວມໃຫ້ແກ່ອົງການປົກຄອງແຂວງຫຼວງນໍ້າທາ ຈຳນວນໜຶ່ງ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















