ອີສະປອດລາວສ້າງປະຫວັດສາດ ທີມ eFootball Console ລຸຍຊີງແຊັມອາຊີ ລ່າໂຄວຕາ FIFAe World Cup 2026
ເວລາອອກຂ່າວ: 2026-08-20 09:38:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 258 | ຄວາມນິຍົມ: ![]()
ສະຫະພັນກິລາບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນກິລາອີສະປອດແຫ່ງຊາດລາວ ສົ່ງນັກກິລາ 2 ຄົນ ແລະ ຄູເຝິກ 1 ທ່ານ ເຂົ້າຮ່ວມ FIFAe Continental Championship 2026-Asia ປະເພດ eFootballິ້? Console 2v2 ທີ່ນະຄອນກົວລາລຳເປີ ປະເທດມາເລເຊຍ ລະຫວ່າງວັນທີ 19-22 ສິງຫາ 2026.
ຄະນະຕົວແທນລາວປະກອບມີ: ທ່ານ ໂຈນາທານ ສິລິສັກດາ-ຜູ້ນຳພາ ແລະ ຄູເຝິກ, ທ້າວ ຕາວັນ ມາຮຸ່ງເຮືອງ-ນັກກິລາ, ທ້າວ ສຸລິພົນ ຕະກຸນທອງ-ນັກກິລາ.
ເສັ້ນທາງສູ່ຮອບທະວີບຂອງທີມລາວບໍ່ທຳມະດາ ຫຼັງຜ່ານການແຂ່ງຂັນ FIFAe Nations League 3 ສັບປະດາຄັດເລືອກ ລະຫວ່າງວັນທີ 14 ເມສາ ຫາ 3 ກໍລະກົດ 2026 ໂດຍລາວເກັບໄດ້ 425 ຄະແນນ ຈົບອັນດັບ 6
ຈາກ 22 ທີມໃນເຂດ Asia East & Oceania ພ້ອມຄວ້າສິດເຂົ້າຮອບຊີງແຊັມທະວີບ.
ຮອບອາຊີມີ 8 ທີມເຂົ້າຮ່ວມ ປະກອບມີ ລາວ, ຍີ່ປຸ່ນ, ອິນໂດເນເຊຍ, ໄທ, ມາເລເຊຍ, ເລບານອນ, ຈໍແດນ ແລະ ຊີຣີ ໂດຍຈະແຂ່ງຂັນແບບພົບກັນໝົດ 1 ຮອບ.
ທີມອັນດັບ 1-2 ຈະຜ່ານເຂົ້າຮອບຮອງຊະນະເລີດໂດຍກົງ ສ່ວນອັນດັບ 3-6 ຕ້ອງແຂ່ງຮອບ 8 ທີມ. ຜູ້ຊະນະຮອບຮອງຊະນະເລີດທັງ 2 ທີມ ຈະໄດ້ໂຄຕາເຂົ້າ FIFAe World Cup 2026 ໂດຍກົງ ຂະນະທີ່ອີກ 1 ທີມຈະມີໂອກາດໄປຊີງສິດກັບຕົວແທນໂອເຊຍເນຍ.
ຕາມຂໍ້ມູນຈາກສະຫະພັນກິລາອີສະປອດແຫ່ງຊາດລາວ ນີ້ແມ່ນປີທຳອິດທີ່ລາວເຂົ້າຮ່ວມເສັ້ນທາງ FIFAe ແລະ ການຜ່ານເຂົ້າຮອບລະດັບທະວີບຖືເປັນອີກໜຶ່ງບາດກ້າວສຳຄັນຂອງວົງການອີສະປອດລາວ.
ຮ່ວມສົ່ງແຮງໃຈໃຫ້ສອງນັກກິລາລາວ ສ້າງຜົນງານໃນເວທີອາຊີ ແລະ ຄວ້າໂຄຕາໄປສູ່ FIFAe World Cup 2026 ໃຫ້ສຳເລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















