ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ເບ ສະຫວັນ ມອບ​ເຄື່ອງ​ກິລາ​ໃຫ້ ​ປກສ ​ນວ ໃນ​ໂອກາດ​ສະຫຼອງ​ວັນ​ສ້າງ​ກຳລັງ ​ປກສ ຄົບຮອບ 51 ປີ
ເວລາອອກຂ່າວ: 2026-08-24 11:40:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 193 | ຄວາມນິຍົມ:



ບໍລິສັດ ເບ ສະຫວັນ ອິນ​ເຕີ ຈຳກັດ ມອບ​ເຄື່ອງ​ກິລາ ຈຳນວນ 20 ຊຸດ ສະໜັບສະໜູນ ຄະນະ​ພັກ-ຄະນະ​ນຳ ອ້ອມ​ຂ້າງ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ (​ປກສ) ເນື່ອງ​ໃນ​ໂອກາດ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກຳລັງ ​ປກສ ຄົບຮອບ 51 ປີ (26 ສິງຫາ 1975 ຫາ 26 ສິງຫາ 2026) ພິທີ​ມອບ-ຮັບ​ການ​ສະໜັບສະໜູນ​ເຄື່ອງ​ຄັ້ງ​ນີ້ ຈັດ​ຂຶ້ນ ໃນ​ຕອນ​ແລງ​ວັນ​ທີ 20 ສິງຫາ 2026 ທີ່​ເດີ່ນ​ບານເຕະ​ຫຍ້າ​ທຽມ ເບ ສະຫວັນ ບ້ານ​ຄຳ​ສະຫວາດ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ, ໂດຍ​ເປັນການ​ກ່າວ​ມອບ​ຂອງ​ ທ່ານ ບຸນ​ມີ ຫຼ່ຽມ​ໄຊ​ຍະ​ຈັກ ປະທານ​ບໍລິສັດ ເບ ສະຫວັນ ອິນ​ເຕີ ຈຳກັດ, ປະທານ​ສະຫະພັນ​ບານເຕະ​ຄົນ​ພິການ​ແຫ່ງ​ຊາດ​ລາວ ທັງ​ເປັນ​ຮອງ​ປະທານ​ສະຫະພັນ​ບານເຕະ ນະຄອນຫຼວງ​ວຽງ​ຈັນ ແລະ ກ່າວ​ຮັບ​ແມ່ນ ​ທ່ານ ​ພັນເອກ ຈຳປາ ແສງ​ສຸລິຍາ ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ນະຄອນຫຼວງ​ວຽງ​ຈັນ (​ປກສ ນວ), ມີ​ທ່ານ ພູ​ວົງ ວົງ​ຄຳ​ຊາວ ອະດີດ​ຮອງ​ເຈົ້າ​ຄອງ ນະຄອນຫຼວງ​ວຽງ​ຈັນ ແລະ ທ່ານ ​ພັນເອກ ບຸນ​ສົງ ດາລາ​ແສນ ຮອງ​ຫົວໜ້າ​ກອງ​ບັນຊາ​ການ ​ປກສ ນວ ພ້ອມ​ດ້ວຍ​ສະມາຊິກ​ຂອງ​ບັນດາ​ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ. ຫຼັງ​ຈາກ​ພິທີ​ມອບ-ຮັບ​ສຳເລັດ​ລົງ​ແລ້ວ ກໍ​ໄດ້​ມີ​ການ​ແຂ່ງຂັນ​ກິລາ​ບານເຕະ ນັດ​ພິເສດ ລະຫວ່າງ ລວມ​ທີມ​ຄະນະ​ພັກ-ຄະນະ​ນຳ ອ້ອມ​ຂ້າງ​ກອງ​ບັນຊາ​ການ ​ປກສ ນວ ພົບ​ກັບ ທີມ​ເພື່ອນ​ການ​ນຳ ນວ ຜ່ານ​ການ​ແຂ່ງຂັນ​ຜົນ​ປະກົດ​ວ່າ ເກມ​ແຂ່ງຂັນ​ດຳເນີນ​ໄປ​ໄດ້​ພຽງ​ເຄິ່ງ​ເວ​ທຳ​ອີດ ກໍ​ເປັນ​ຝ່າຍ ທີມ ​ປກສ ນວ ອອກ​ນຳ ໄປ​ກ່ອນ 3-1 ປະຕູ ແຕ່​ຍ້ອນ​ດິນ​ຟ້າ​ອາກາດ ບໍ່​ເອື້ອ​ອຳນວຍ ຝົນຕົກ-ຟ້າຮ້ອງ ກຳມະການ​ຕັດສິນ​ຈຶ່ງ​ເປົ່າ​ໝາກຫວີດ​ຢຸດຕິ​ການ​ແຂ່ງຂັນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ