ສູນປະສານງານ ລາວ-ຈີນ ປະຈຳຊຽງກົກ ສະຫຼຸບການລາດຕະເວນ ປະຈຳເດືອນສິງຫາ 2026
ເວລາອອກຂ່າວ: 2026-09-02 15:02:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ: ![]()
ວັນທີ 1 ກັນຍາ 2026 ນີ້, ຢູ່ທີ່ ຫ້ອງປະຊຸມ ສູນປະສານງານ ລາວ-ຈີນ ປະຈຳຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ສະຫຼຸບການລາດຕະເວນ ປະຈຳເດືອນສິງຫາ ແລະ ວາງທິດທາງແຜນການ ປະຈຳເດືອນກັນຍາ 2026, ໂດຍມີຜູ້ຕາງໜ້າສູນປະສານງານ ຝ່າຍລາວ, ຝ່າຍຈີນ, ດ່ານ ຕມ ຊຽງກົກ, ຮາກຖານ 914, ກອງຮ້ອງທະຫານຊາຍແດນ 133, ກຸ່ມບ້ານຊຽງກົກ ແລະ ຕຳຫຼວດທາງນໍ້າ ສສ ມຽນມາ ເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ຕາງໜ້າແຕ່ລະພາກສ່ວນຜັດປ່ຽນກັນ ລາຍງານສະພາບຂອບເຂດຮັບຜິດຊອບ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ. ສັງລວມແລ້ວ ໃນໄລຍະ 1 ເດືອນຜ່ານມາ ແຕ່ລະພາກສ່ວນ ໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມສະພາບການ, ຕອບຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ລຽບຕາມຊາຍແດນທາງນ້ຳ ສາມາດກັກຕົວຜູ້ຕ້ອງຫາ ສັນຊາດ ຈີນ ເຂົ້າ-ອອກ ເມືອງຜິດກົດໝາຍ ຈຳນວນ 1 ຄັ້ງ, ກ່າວຕັກເຕື່ອນພາກສ່ວນຂຸດຄົ້ນແຮ່ທາດຕາມລຳແມ່ນໍ້າຂອງ ຈຳນວນ 2 ຄັ້ງ.
ໂດຍ: ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















