ກອງບັນຊາການທະຫານເມືອງສຳພັນ ປິດຊຸດອົບຮົມ-ຫັດແອບ ແລະ ປະຕິບັດຍິງລູກປືນແທ້ ປະຈຳໄຕມາດ II
ເວລາອອກຂ່າວ: 2026-09-04 08:45:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ: ![]()
ໃນທ້າຍເດືອນສິງຫາຜ່ານມາ, ກອງບັນຊາການທະຫານເມືອງສຳພັນ ແຂວງຜົ້ງສາລີ ໄດ້ຈັດຕັ້ງປິດຊຸດອົບຮົມ- ຫັດແອບການທະຫານ, ການ ເມືອງ, ພະລາທິການ-ເຕັກນິກ ແລະ ປະຕິບັດຍິງເປົ້າໝາຍດ້ວຍລູກປືນແທ້ປະ ຈຳໄຕມາດ II ປີ 2026, ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງ ຕື ເກຍສະບົງ ເລຂາພັກເມືອງ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງສຳພັນ, ແຂກຖືກເຊີນ ຈາກພາກ ສ່ວນຕ່າງໆ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງສະຫວັນ ປວງວິໄຊ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງສຳພັນ ໄດ້ລາຍງານການຈັດຕັ້ງປະຕິບັດຍິງເປົ້າໝາຍດ້ວຍລູກປືນແທ້ ໃນຄັ້ງນີ້, ເຊິ່ງແມ່ນການປັບປຸງກໍ່ສ້າງກຳລັງຢູ່ພາຍໃນກົມກອງໃຫ້ເຂັ້ມແຂງ, ຍົກສູງຄວາມຮູ້ຄວາມສາມາດໃຫ້ພະນັກງານ-ນັກຮົບ ມີຄວາມຊຳນິຊຳນານ ໃນການນຳໃຊ້ອາວຸດຂອງເຫຼົ່າຮົບວິຊາສະເພາະ ແລະ ຮັບປະກັນດັບສູນເປົ້າໝາຍດ້ວຍຄວາມແມ້ນຢຳ, ທັງເປັນການກວດກາຄືນ ພາຍຫຼັງທີ່ໄດ້ຮ່ຳຮຽນທາງດ້ານທິດສະດີຫຼັກການ ສົມທົບກັບການປະຕິບັດຕົວຈິງ ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ກໍໄດ້ສະຫຼຸບລວມບັ້ນອົບຮົມ-ຫັດແອບ ສາມາດຕີລາຄາຜົນໄດ້ຮັບ ດັ່ງນີ້: ພາກກິລາການທະຫານ ບັນລຸໄດ້ 97,57%, ພາກການເມືອງ 99,9%, ພາກລະບຽບ 90,8%, ພາກພະລາທິການ-ເຕັກນິກ 90,9%, ພາກສິລະປະຍຸດ 90,49% ແລະ ພາກຍຸດທະວິທີ 92,68%, ສະເລ່ຍຜົນໄດ້ຮັບລວມ ເທົ່າກັບ 90,70%.
ໂອກາດນີ້, ສະຫາຍ ທອງຕື ເກຍສະບົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະ ນະບັນຊາ, ຄູອາຈານ ແລະ ພະ ນັກງານ-ນັກຮົບ ທີ່ໄດ້ເອົາໃຈ ໃສ່ຈັດຕັ້ງປະຕິບັດແຜນການອົບຮົມ-ຫັດແອບ ສຳເລັດຕາມແຜນການ ແລະ ຮັບປະກັນຄວາມປອດໄພ 100%. ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ນັກ ຮົບຢ່າງຕໍ່ເນື່ອງ, ຮຽກຮ້ອງໃຫ້ພະນັກງານ-ນັກຮົບແຕ່ລະສະ ຫາຍ ພ້ອມກັນນຳເອົາບົດຮຽນໃນຄັ້ງນີ້ ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ໄດ້ຮັບໝາກຜົນສູງ ແລະ ຮັດແໜ້ນຄວາມສາມັກຄີ ໃຫ້ແໜ້ນແຟ້ນເລິກເຊິ່ງກວ່າເກົ່າ.
ໂດຍ: ຊຽງເຫຼັກ ເກດທະຈັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















