ຄະນະພັກຮາກຖານ ຫ້ອງການ ກອງບັນຊາການທະຫານແຂວງຫຼວງພະບາງ ປະເມີນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026
ເວລາອອກຂ່າວ: 2026-09-04 10:11:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1215 | ຄວາມນິຍົມ: ![]()
ກອງປະຊຸມ ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026 ຂອງຄະນະພັກຮາກຖານ ຫ້ອງການ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສົມໃຈ ສີສະຫວັດ ກໍາມະການຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີ ສະຫາຍ ພັກເອກ ສິງທອງ ອິນທະວອງ ກໍາມະການຄະນະພັກກອງບັນຊາການ, ຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ມີຄະນະພັກຮາກຖານ, ໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນມາ ສິງມະນີວອນ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ເຄື່ອນໄຫວກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026. ຈາກນັ້ນ, ສະຫາຍ ພັນໂທ ຜາສຸກ ສິງຫາວົງ ກໍາມະການຄະນະພັກຮາກຖານ ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2026 ເຊິ່ງໄດ້ຕີລາຄາດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນໍາພາ ແລະ ດ້ານນໍາພາປະຕິບັດໜ້າທີ່ການເມືອງ, ຄະນະພັກຮາກຖານ ຫ້ອງການ ກອງບັນຊາການທະຫານແຂວງຫຼວງພະບາງ ມີ 3 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 51 ສະຫາຍ, ຜ່ານການປະເມີນຕີລາຄາ ມີສະມາຊິກພັກແຂງ 51 ສະຫາຍ ກວມເອົາ 100%.
ໂອກາດນີ້, ສະຫາຍ ພັນໂທ ສົມໃຈ ສີສະຫວັດ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສໍາຄັນ ຕື່ມອີກ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















