ກອງພັນ 263 ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025
ເວລາອອກຂ່າວ: 2026-09-04 10:31:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 298 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2026 ນີ້, ກອງພັນ 263 ກອງພົນທີ 2 ໄດ້ຈັດພິທີ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ມອບໃບຢັ້ງຢືນ 4 ບຸກ ໃຫ້ສະມາຊິກຊາວໜຸ່ມ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ວິລະກຸນ ບຸນມາກ ຮອງຫົວໜ້າພະແນກປ້ອງກັນອາກາດ ກອງພົນທີ 2, ມີຄະນະພັກ ຄະນະບັນຊາກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງຂັນ ຍິນນະຄຸນ ຮອງຫົວໜ້າການເມືອງ ກອງພັນ 263 ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ຕະຫຼອດໄລຍະ 1 ປີ ຜ່ານມາ, ຄະນະພັກໄດ້ເອົາໃຈໃສ່ປະຕິບັດຕາມຄຳສັ່ງ ຂອງຄະນະພັກຂັ້ນເທິງ, ຄົ້ນຄວ້າປຶກສາຫາລື ສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນໃຈກາງ ໃນການປັບປຸງກໍ່ສ້າງພັກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ສາມາດຮັບປະກັນທາງດ້ານຄຸນນະພາບ ເຊິ່ງໄດ້ນຳເອົາແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ ຂອງຂັ້ນເທິງ ຈັດຕັ້ງເຜີຍແຜ່ໃຫ້ຄະນະພັກ, ໜ່ວຍພັກ ແລະ ສະມາຊິກພັກ ໄດ້ຮັບຮູ້ ແລະ ກຳແໜ້ນຕໍ່ແນວທາງ, ອຸດົມການ ຂອງພັກ, ມີທັດສະນະຫຼັກໝັ້ນປະຕິວັດ, ເປັນເຈົ້າຕົນເອງ, ມີສະຕິລະວັງຕົວສູງ, ຮູ້ຈຳແນກມິດ ແລະ ສັດຕູ ຢ່າງຈະແຈ້ງ, ມີນ້ຳໃຈເສຍສະຫຼະອັນສູງສົ່ງ ເພື່ອຜົນປະໂຫຍດສ່ວນລວມ. ປັດຈຸບັນ, ຄະນະພັກຮາກຖານ ກອງພັນ 263 ມີ 4 ໜ່ວຍພັກ ຂຶ້ນກັບ, ມີສະມາຊິກພັກທັງໝົດ 78 ສະຫາຍ, ມີໝ່ວຍພັກຖືກຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 4 ໜ່ວຍພັກ, ມີສະມາຊິກແຂງ 68 ສະຫາຍ ແລະ ມີສະມາຊິກຊາວໜຸ່ມ 4 ບຸກ 55 ສະຫາຍ.
ຈາກນັ້ນ, ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ມອບໃບຢັ້ງຢືນ 4 ບຸກ ໃຫ້ສະມາຊິກຊາວໜຸ່ມ ຢ່າງສົມກຽດ.
ໂດຍ: ສຸວັນໂນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















