ກອງບັນຊາການທະຫານແຂວງຄຳມ່ວນ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2026-09-04 14:46:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1126 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2026 ນີ້, ຢູ່ທີສະໂມສອນ ກອງບັນຊາການທະຫານແຂວງ, ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານທີ່ສຳຄັນຈຳນວນໜຶ່ງ, ໂດຍມີ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຫ້ອງເສນາທິການ, ຫ້ອງທະຫານຊາຍແດນ, ໂຮງໝໍທະຫານແຂວງ ແລະ ໜ່ວຍງານ 17 ເຂົ້າຮ່ວມ.
ໃນພິທີ ໄດ້ຮັບຟັງການຜ່ານຄຳສັ່ງແນະນຳເພີ່ມເຕີມ ຂອງກົມໃຫຍ່ການເມືອງກອງທັບ ແລະ ແຈ້ງການເພີ່ມເຕີມ ຂອງກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ຈາກນັ້ນ, ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ໄດ້ຜ່ານເອກະສານ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຜ່ານກົດລະບຽບ ຂອງກອງທັບປະຊາຊົນລາວ ເຊິ່ງມີ XVI ພາກ, 56 ໝວດ, 299 ມາດຕາ. ພ້ອມນີ້ ສະຫາຍ ພັນໂທ ໜູໄລ ແກ້ວດວງດີ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍ ການຈັດຕັ້ງປະຕິບັດກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII, ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ກຳນົດ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍໃນທົ່ວກອງທັບປະຊາຊົນລາວ.
ການເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ມີຄວາມເຂົ້າໃຈເປັນເອກະພາບກັນ ທາງດ້ານທັດສະນະແນວຄິດໃນທົ່ວກອງທັບ ຕໍ່ເນື້ອໃນມະຕິ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍເຂົ້າໃນທຸກຂົງເຂດວຽກງານຂອງຕົນ, ປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສໍາເລັດທຸກໜ້າທີ່, ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກໍ່ສ້າງພັກ ກໍ່ສ້າງກອງທັບ ໃຫ້ໜັກແໜ້ນເຂັ້ມແຂງ, ຫັນເອົາແນວທາງນະໂຍບາຍຂອງພັກ ກໍຄືຂໍ້ກຳນົດ, ກົດລະບຽບຂອງກອງທັບ ໄປຜັນຂະຫຍາຍເຂົ້າສູ້ໜ້າທີ່ການເມືອງ ຂອງກົມກອງ ຢ່າງແທດເໝາະກັບສະພາບຕົວຈິງ ເພື່ອຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນ.
ໂດຍ: ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















