ກອງປະຊຸມພົບປະສອງຝ່າຍ ເອກະພາບເນື້ອໃນປຶ້ມປະຫວັດສາດການຮ່ວມມືທາງການທະຫານ ລາວ-ຣັດເຊຍ ແຕ່ປີ 1945-2025
ເວລາອອກຂ່າວ: 2026-09-04 14:51:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1070 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 2-3 ກັນຍາ 2026 ນີ້, ຢູ່ທີ່ກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ສະຖາບັນຄົ້ນຄວ້າວິທະຍາສາດ-ປະຫວັດສາດ ການທະຫານ ວິທະຍາຄານເສນາທິການກຳລັງປະກອບອາວຸດ ແຫ່ງສະຫະພັນ ຣັດເຊຍ ເພື່ອເອກະພາບດ້ານເນື້ອໃນ, ບັນດາຂໍ້ມູນ, ຮູບແບບທີ່ຈະປະກອບເຂົ້າໃນປຶ້ມປະຫວັດສາດການຮ່ວມມືທາງການທະຫານ ລາວ-ຣັດເຊຍ ແຕ່ປີ 1945-2025, ຝ່າຍລາວ ນໍາໂດຍ ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ຝ່າຍຣັດເຊຍ ນຳໂດຍ ສະຫາຍ ພັນເອກ ອາເລັກຊານເດີ ອານເຟດຕິເຢັບ ຮັກສາການຫົວໜ້າກົມ 2 ສະຖາບັນຄົ້ນຄວ້າວິທະຍາສາດ-ປະຫວັດສາດ ການທະການ ວິທະຍາຄານເສນາທິການກຳລັງປະກອບອາວຸດ ແຫ່ງສະຫະພັນ ຣັດເຊຍ, ມີຕາງໜ້າຫ້ອງການທີ່ປຶກສາທູດຝ່າຍທະຫານຣັດເຊຍ ປະຈຳ ສປປ ລາວ, ກົມພົວພັນຕ່າງປະເທດ ພ້ອມດ້ວຍຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບຂັ້ນຕອນການດຳເນີນການຂຽນປຶ້ມປະຫວັດສາດ ການທະຫານ ລາວ-ຣັດເຊຍ, ໄດ້ລາຍງານສະພາບ ແລະ ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ກ່ຽວກັບການກະກຽມຂໍ້ມູນຂຽນປຶ້ມປະຫວັດສາດ ການຮ່ວມມືທາງການທະຫານ ລາວ-ຣັດເຊຍ ໃນຫົວຂໍ້: ປະຫວັດສາດ ການພົວພັນຮ່ວມມືລະຫວ່າງ ລາວ-ຣັດເຊຍ (ສະຫະພາບໂຊວຽດ) ໃນຂົງເຂດການທະຫານ ປີ 1945-2025 ເຊິ່ງຝ່າຍຣັດເຊຍ ໄດ້ມອບປຶ້ມຂໍ້ມູນປະຫວັດສາດ ການທະຫານ ແລະ ຮູບພາບປະກອບໃສ່ປຶ້ມ ລາວ-ຣັດເຊຍ ທີ່ຮຽບຮຽງໂດຍ ສະຖາບັນຄົ້ນຄວ້າວິທະຍາສາດ-ປະຫວັດສາດ ການທະຫານ ວິທະຍາຄານເສນາທິການ ກຳລັງປະກອບອາວຸດ ແຫ່ງສະຫະພັນ ຣັດເຊຍ ໃຫ້ແກ່ຝ່າຍລາວ ເພື່ອເປັນຂໍ້ມູນພື້ນຖານໃນການຄົ້ນຄວ້າໃນຂັ້ນຕໍ່ໄປ ແລະ ໄດ້ເຫັນດີເປັນເອກະພາບກັບບົດບັນທຶກ ເຊິ່ງສ້າງຂຶ້ນເປັນສອງສະບັບ ເປັນພາສາລາວ ແລະ ພາສາຣັດເຊຍ, ບົດບັນທຶກສະບັບນີ້ ໄດ້ລົງນາມຮ່ວມກັນ ທັງສອງຝ່າຍຂຽນປຶ້ມປະຫວັດສາດ ລາວ-ຣັດເຊຍ ເອກະພາບກ່ຽວກັບຊື່ ແລະ ໂຄງຮ່າງ ຂອງປຶ້ມປະຫວັດສາດ ການທະຫານ, ການຊ່ວຍເຫຼືອເພື່ອມະນຸດສະທຳ, ການຊ່ວຍເຫຼືອທາງດ້ານວັດທະນະທຳສັງຄົມ, ເຕັກນິກ, ເຕັກໂນໂລຊີ, ການຊ່ວຍເຫຼືອທາງດ້ານພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ເພື່ອເຮັດໃຫ້ປຶ້ມດັ່ງກ່າວມີຄວາມອຸດົມສົມບູນ ເຮັດໃຫ້ຄົນຮຸ່ນໃໝ່ໄດ້ມີຂໍ້ມູນໃນການເອົາຂໍ້ມູນໄປຄົ້ນຄວ້າຮ່ຳຮຽນໃນຕໍ່ໜ້າ ແລະ ຍາວນານ.
ກອງປະຊຸມເຫັນດີເປັນເອກະພາບສືບຕໍ່ຄົ້ນຄວ້າປຽບທຽບ, ດັດແກ້ການຂຽນປຶ້ມປະຫວັດສາດການຮ່ວມມືທາງການທະຫານ ລາວ-ຣັດເຊຍ ສືບຕໍ່ປະຕິບັດຕາມບົດບັນທຶກ ວ່າດ້ວຍການຄົ້ນຄວ້າຂຽນປຶ້ມປະຫວັດສາດການຮ່ວມມືທາງການທະຫານ ລາວ-ຣັດເຊຍ ເຊິ່ງໄດ້ລົງນາມໃນວັນທີ 3 ກັນຍາ 2026 ຄາດຄະເນວ່າການຂຽນປຶ້ມດັ່ງກ່າວ ຈະໃຫ້ສຳເລັດ ໃນປີ 2028.
ໂດຍ: ນາງ ພອນ ເພັດສຸລິນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















