ມອບ-ຮັບ ໜ້າທີ່ຄະນະບັນຊາ ກອງຮ້ອຍທະຫານຊາຍແດນ 123
ເວລາອອກຂ່າວ: 2026-09-04 15:05:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 264 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນ ກອງຮ້ອຍທະຫານຊາຍແດນ 123 ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີ ມອບ-ຮັບໜ້າທີ່ ຄະນະບັນຊາກອງຮ້ອຍ 123 ທີ່ຂຶ້ນກັບຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄຳພັນ ດາລາສັກ ຮອງຫົວໜ້າຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຕາງໜ້າພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ມານິດ ຈັນສີ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານ ຢູ່ກອງຮ້ອຍທະຫານຊາຍແດນ 123 ໃນນີ້, ຍົກຍ້າຍ ສະຫາຍ ພັນໂທ ຄຳນວນ ບຸນວິໄລ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 123 ໄປຮັບໜ້າທີ່ໃໝ່ ຢູ່ກອງບັນຊາການທະຫານເມືອງຫ້ວຍຊາຍ, ແຕ່ງຕັ້ງ ສະຫາຍ ພັນຕີ ພອນ ອຸ່ນສະຫວັນ ເປັນຫົວໜ້າການທະຫານ, ສະຫາຍ ຮ້ອຍເອກ ວຽງວິຈິດ ໄຊມູນຖີ ເປັນຮອງຫົວໜ້າການທະຫານ, ສະຫາຍ ພັນຕີ ສາລິກອນ ກັນຕະວົງ ເປັນຮອງຫົວໜ້າກອງຮ້ອຍ ຮັບຜິດຊອບວຽກງານພະລາທິການ-ເຕັກນິກ ກອງຮ້ອຍທະຫານຊາຍແດນ 123, ຍົກຍ້າຍ ສະຫາຍ ພັນຕີ ບຸນລອດ ວິໄລເພັດ ຮອງຫົວໜ້າກອງຮ້ອຍ ຮັບຜິດຊອບວຽກງານພະລາທິການ-ເຕັກນິກ ກອງຮ້ອຍທະຫານຊາຍແດນ 123 ໄປຮັບໜ້າທີ່ໃໝ່ ຢູ່ກອງຮ້ອຍທະຫານຊາຍແດນ 124.
ຈາກນັ້ນ, ສະຫາຍ ພັນໂທ ຄຳພັນ ວິລະສັກ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ ກອງຮ້ອຍທະຫານຊາຍແດນ 123 ໃນນີ້, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄຳແກ້ວ ແສງຄຳຍອງ ເປັນເລຂາໜ່ວຍພັກ, ສະຫາຍ ພັນຕີ ພອນ ອຸ່ນສະຫວັນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ຮ້ອຍໂທ ສິບຊາຍ ກິ່ງສີເຮືອງ ເປັນກຳມະການໜ່ວຍພັກ ກອງຮ້ອຍທະຫານຊາຍແດນ 123. ພ້ອມນີ້ ຍັງໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຕື່ມອີກ.
ໂດຍ: ນີ່ ທຳມະວົງ
ພາບໂດຍ: ສຸດທິແດນ ລັດຕະນາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















