ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ມອບເງິນ ໃຫ້ກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2026-09-04 15:11:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1076 | ຄວາມນິຍົມ: ![]()
ວັນທີ 4 ກັນຍາ 2026 ນີ້, ສະຫາຍ ປອ ສຸລິໄຊ ຫົງສາຄອນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ນໍາເງິນ ຈໍານວນ 20.000.000 ກີບ ມາມອບໃຫ້ກອງບັນຊາການທະຫານແຂວງຫຼວງພະບາງ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການປັບປຸງກໍ່ສ້າງສ້ອມແປງບັນດາປ້ອມຍາມ ປ້ອງກັນເວນຍາມເສັ້ນທາງລົດໄຟ ລາວ-ຈີນ ກໍຄືການປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຊິ່ງກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ມີຄະນະທັງສອງຝ່າຍ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ທີ່ເຫັນໄດ້ຄວາມຫຍຸ້ງຍາກ ຈໍາເປັນໃນການເຄື່ອນໄຫວປະຕິບັດໜ້າທີ່ປ້ອງກັນຊາດ ຈິ່ງໄດ້ມອບວັດຖຸປັດໄຈປະກອບສ່ວນຊ່ວຍເຫຼືອຕະຫຼອດມາ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເງິນຈຳນວນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການປັບປຸງກໍ່ສ້າງກົມກອງ ໂດຍສະເພາະແມ່ນການປັບປຸງກໍ່ສ້າງບັນດາປ້ອມຍາມປ້ອງກັນເສັ້ນທາງລົດໄຟ ໃຫ້ມີຄວາມແໜ້ນໜ້າຖາວອນ ເພື່ອອໍານວຍຄວາມສະດວກໃນການເຄື່ອນໄຫວປະຕິບັດໜ້າທີ່ ຂອງພະນັກງານ-ນັກຮົບ ຢູ່ເຂດທຸລະກັນດານ, ຫ່າງໄກສອກຫຼີກ ສ້າງເງື່ອນໄຂຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ.
ໂດຍ: ບຸນເພັງ ວົງແກ້ວມະນີ
ພາບໂດຍ: ລີໂດ ດວງສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















