ການເຄື່ອນໄຫວຂອງກົມກອງຕ່າງໆ ໃນເດືອນສິງຫາຜ່ານມາ
ເວລາອອກຂ່າວ: 2026-09-08 11:56:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ: ![]()
ຫ້ອງການເມືອງ ກອງພົນ ທີ 2: ໄດ້ສະຫຼຸບການນຳພາຂອງຄະນະພັກຮາກຖານ ປະຈຳໄຕ ມາດ II ເຊິ່ງໄດ້ຍົກໃຫ້ເຫັນຜົນ ສຳເລັດດ້ານຕ່າງໆ ທີ່ຄະນະພັກຮາກຖານສ້າງມາໄດ້ ໃນໄລຍະຜ່ານມາ, ບົນພື້ນຖານ ໄດ້ເຮັດໃຫ້ກົມກອງມີຄວາມສະຫງົບ, ສະມາຊິກພັກ, ພະນັກງານ-ນັກ ຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ. ພ້ອມກັນນີ້, ຍັງໄດ້ຈັດຕັ້ງຍ້ອງຍໍຜົນງານ 5 ປີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ. ໃນນັ້ນ, ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ຈຳນວນ 4 ສະຫາຍ, ຊັ້ນ III ຈຳນວນ 13 ສະຫາຍ, ຫຼຽນກາແຮງງານ 19 ສະຫາຍ ແລະ ໃບຍ້ອງຍໍ້ລັດຖະບານ 3 ສະຫາຍ.
ກອງພົນທີ 3: ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ຂັ້ນນຳພາ-ບັນຊາ ກອງຮ້ອຍ, ໝວດ, ໝູ່ ແລະ ຊ່ວຍວຽກບັນດາອົງການກົມກອງ ທີ່ຂຶ້ນກັບ ກອງພົນທີ 3. ທັງນີ້, ກໍເພື່ອເປັນການປັບປຸງບູລະນະກົງຈັກການຈັດຕັ້ງນຳ ພາ-ບັນຊາ ຢູ່ກອງພົນທີ 3 ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງໃນທຸກດ້ານ ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ ໃນສະເພາະໜ້າ ແລະ ຍາວນານ ໃຫ້ໄດ້ຮັບໝາກຜົນສູງ.
ວິທະຍາຄານເຕັກນິກການທະຫານ: ໄດ້ຈັດພິທີປະກາດການແຕ່ງຕັ້ງ ສະຫາຍ ພັນໂທ ອຸດົມ ພິດສະນຸກັນ ເປັນຮອງຫົວໜ້າຄະນະວິຊາ ຄູເສນາເຕັກນິກ, ສະຫາຍ ພັນຕີ ນາງ ລັດສະນີກອນ ພັນທະມິດ ເປັນຫົວໜ້າສາຂາວິຊາ ທິດສະດີມາກ-ເລນິນ, ສະ ຫາຍ ພັນໂທ ຈັນທະລາ ຈັນທະວົງ ເປັນຮອງຫົວໜ້າສາຂາ ວຽກງານພັກ-ວຽກງານການເມືອງ ແລະ ສະຫາຍ ພັນຕີ ນາງ ບຸນຜາສຸກ ນັນທະວົງ ເປັນຮອງຫົວໜ້າສາຂາ ທິດສະດີມາກ-ເລນິນ. ພ້ອມກັນນີ້, ກໍໄດ້ກາດການປະ ດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະຈາກສາຍລັດ ໃນນີ້, ປະດັບທຽບຊັ້ນຮ້ອຍໂທ ຈຳນວນ 8 ສະຫາຍ ແລະ ຮ້ອຍຕີ 1 ສະຫາຍ. ໃນພິທີ ຍັງໄດ້ຜ່ານແຈ້ງການຂອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການສົ່ງພະ ນັກງານ-ນັກຮົບ ໄປຄົ້ນຄວ້າປະ ລິນຍາໂທ, ກໍ່ສ້າງປະລິນຍາຕີ, ກໍ່ສ້າງເລັ່ງລັດ ແລະ ບຳລຸງວິຊາສະເພາະຕ່າງໆ ຢູ່ບັນດາວິທະຍາ ຄານ ແລະ ໂຮງຮຽນຂອງກອງ ທັບປະຊາຊົນລາວ ສົກປີ 2026-2027.
ກອງບັນຊາການທະຫານແຂວງຫົວພັນ: ໄດ້ເປີດຊຸດອົບວິຊາສະເພາະກົດລັບ ນຳໃຊ້ຈັກລະຫັດ M FAX ຊຸດທີ V ປະຈຳປີ 2026. ບັ້ນອົບຮົມຄັ້ງນີ້ ຈະໄດ້ອົບຮົມຄວາມຮູ້ເບື້ອງຕົ້ນກ່ຽວກັບ ຄອມພິວເຕີ, ຄວາມຮູ້ເບື້ອງຕົ້ນກ່ຽວກັບ ໄມໂຄຊອບເວີດ 2003, ການບັນທຶກ, ເປີດ ແລະ ລຶບເອກະສານ, ການເລືອກຟອນ ແລະ ຂະໜາດຕົວໜັງສື, ການຍ້າຍ, ການສຳເນົາຂໍ້ຄວາມ ແລະ ການກັບຄືນຫາຂັ້ນຕອນທີ່ຜ່ານມາ, ການສ້າງ ແລະ ການຈັດຮູບແບບຂອງຕາຕະລາງ, ການກຳ ນົດຂອບເຈ້ຍ ແລະ ການກຳນົດລວງພິມ, ພາກປະຕິບັດການເຂົ້າຫາ ໂປແກຼມ M fax-TWL, ການເລືອກຫ້ອງສາຍຕິດຕໍ່, ອ່ານ fax, ຂຽນໂທລະເລກ, ເຂົ້າ-ແກ້ລະຫັດ, ຮັບ-ສົ່ງໂທລະເລກ, ພິມເນື້ອໃນຟາຍໂທລະເລກ, ແນະນຳລະບົບຕໍ່ພວງ ແລະ ວິທີແກ້ໄຂກໍລະນີ, ການຄຸ້ມຄອງນຳໃຊ້, ການປົກປັກຮັກສາເຄື່ອງຈັກລະຫັດກົດລັບ ແລະ ແຜນ (CD key) ກຳນົດເວລາອົບຮົມ 45 ວັນ.
ກອງພັນ 299 ກອງບັນຊາການທະຫານແຂວງຄຳມ່ວນ: ໄດ້ຈັດພິທີປະກາດການແຕ່ງຕັ້ງ ສະ ຫາຍ ພັນຕີ ບຸນສູງ ສີນວນສຸກ ເປັນຮັກສາການ ຮອງຫົວໜ້າການທະຫານ ທັງເປັນກຳມະການຄະນະພັກຮາກຖານ ກອງພັນ 299,
ໂດຍການເປັນປະທານຂອງສະ ຫາຍ ພັນເອກ ສົມພານ ເມືອງຈັນ
ຄະນະພັກກອງບັນຊາການ, ຫົວ ໜ້າຫ້ອງເສນາທິການ ກອງບັນ ຊາການທະຫານແຂວງຄຳມ່ວນ.
ກອງພົນທີ 5: ອະນຸກຳມະ ການກວດກາ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງກອງພົນ ໄດ້ລົງກວດກາ ແລະ ຊຸກຍູ້ການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກອງ ພັນໃຫຍ່ 502, ກອງພັນ 11, ກອງພັນ 12, ກອງພັນ 18 ແລະ ບັນດາກອງຮ້ອຍຂຶ້ນກັບ. ການລົງເຄື່ອນໄຫວຢູ່ແຕ່ລະກົມກອງ ໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການສ້າງກອງ 3 ປອດ, ຍົກໃຫ້ເຫັນດ້ານດີ, ຂໍ້ຈຳກັດ ແລະ ບັນຫາທີ່ຈະຕ້ອງສຸມໃສ່ປັບປຸງແກ້ໄຂໃນຕໍ່ໜ້າ. ຈາກນັ້ນ, ຄະນະກວດກາໄດ້ມີຄຳເຫັນຊີ້ນຳ, ອະທິບາຍເພີ່ມຕື່ມ ກ່ຽວກັບຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວຢູ່ແຕ່ລະກົມກອງ.
ກອງເລຂາໂຮງຮຽນກໍ່ສ້າງນາຍສິບ ເລກ 1: ໄດ້ຈັດກອງປະຊຸມ ຄົ້ນຄວ້າປັບປຸງຂໍ້ກຳນົດກົດລະບຽບການຄຸ້ມຄອງນັກຮຽນ, ເຊິ່ງປະກອບມີ 8 ໝວດ 44 ມາດ ຕາ. ຈຸດປະສົງ ກໍເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງປະຕິ ບັດໃຫ້ຖືກຕ້ອງສອດຄ່ອງ ຕາມຂໍ້ກຳນົດກົດລະບຽບຂອງກອງທັບ ກໍຄື ຂອງໂຮງຮຽນວາງອອກ, ເພື່ອຄຸ້ມຄອງນັກຮຽນ ໃນການປະຕິບັດຂໍ້ກຳນົດກົດລະບຽບ, ລະບຽບວິໄນຂອງໂຮງຮຽນ ໃຫ້ມີຄວາມເຂັ້ມງວດ, ເຂັ້ມແຂງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ກອງບັນຊາການທະຫານແຂວງຄຳມ່ວນ: ໄດ້ເປີດເຝິກອົບ ຮົມ ວິຊາສະເພາະກົດລັບ ແລະ ອົບຮົມປະສານພາກປະຕິບັດຕົວ ຈິງ ກັບວິຊາສະເພາະສື່ສານ ຊຸດທີ I ປະຈຳປີ 2026. ການອົບຮົມຄັ້ງນີ້ ຈະໄດ້ແບ່ງອອກເປັນ 3 ພາກ ຄື: ພາກທິດສະດີ, ພາກປະຕິບັດຕົວຈິງ ດ້ານວຽກງານວິຊາສະເພາະ ແລະ ພາກອອກສະໜາມຕົວຈິງ, ເຊິ່ງມີນັກເຝິກອົບຮົມເຂົ້າຮ່ວມທັງໝົດ 18 ສະຫາຍ. ທັງນີ້, ກໍເພື່ອເປັນຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານວິຊາສະເພາະກົດລັບ ແລະ ວິຊາສະເພາະສື່ສານ ມີຄວາມຊຳນິຊຳນານທາງດ້ານຫຼັກວິຊາການ ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ການເມືອງ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ກອງພັນ 94 ກອງພົນທີ 4: ໄດ້ຈັດຕັ້ງເຜີຍແຜ່ກົດລະບຽບຂອງກອງທັບປະຊາຊົນລາວ, ກົດລະບຽບດັ່ງກ່າວ ປະກອບມີ XVI ພາກ, 299 ມາດຕາ. ທັງນີ້, ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ບັນດາຂໍ້ກຳນົດ, ກົດລະ ບຽບຂອງກອງທັບ ແລະ ນຳໄປຈັດຕັ້ງປະຕິບັດໃຫ່ເຂັ້ມງວດ.
ກອງພັນໃຫຍ່ 584: ໄດ້ບໍ ລິຈາກເລືອດເພື່ອຊ່ວຍເຫຼືອສັງ ຄົມ ໃຫ້ສູນບໍລິຈາກເລືອດ ອົງ ການກາແດງລາວ ແຂວງຊຽງຂວາງ, ເຊິ່ງມີພະນັກງານ-ນັກ ຮົບ ສະໝັກໃຈບໍລິຈາກເລືອດ ທັງໝົດ 20 ສະຫາຍ ໄດ້ເລືອດ 20 ຖົງ. ທັງນີ້, ກໍເພື່ອນຳໄປຊ່ວຍເຫຼືອ ແລະ ກອບກູ້ເອົາຊີວິດເພື່ອນມະນຸດດ້ວຍກັນ ກໍຄື ຄົນເຈັບທີ່ເປັນພະຍາດຂາດເລືອດ, ຄົນເຈັບເກີດອຸບັດຕິເຫດ ແລະ ອື່ນໆ ທີ່ນອນປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ ໃຫ້ມີສຸຂະພາບແຂງແຮງ ແລະ ຫາຍດີເປັນປົກກະຕິ.
ຊາວໜຸ່ມ-ແມ່ຍິງ ວິທະຍາຄານພະລາທິການກອງທັບ: ໄດ້ສ້າງຂະບວນການອອກແຮງງານລວມອະນາໄມບ່ອນຮົກເຮື້ອ ຕາມຂອບເຂດຫ້ອງການ, ຫໍພັກ, ບັນ ຫາຫ້ອງຮຽນ, ເກັບເສດຂີ້ເຫຍື້ອຕາມເສັ້ນທາງ ແລະ ຖາງຫຍ້າສອງຟາກທາງ ໃຫ້ເປີດແປນ ເພື່ອໃຫ້ບໍລິເວນຄ້າຍຄູ ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບ ງາມ ເພື່ອສ້າງຂະບວນການຂ່ຳ ນັບຮັບຕ້ອນວັນປະຫວັດສາດສຳຄັນຂອງຊາດ, ຂອງກອງທັບ, ໂດຍສະເພາະແມ່ນວັນສ້າງຕັ້ງວິທະຍາຄານພະລາທິການກອງ ທັບ ຄົບຮອບ 30 ປີ ໃຫ້ມີບັນຍາ ກາດຟົດຟື້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















