ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ມອບ-ຮັບ ໜ້າທີ່ ຫົວໜ້າ​ຫ້ອງການ ແລະ ບໍລິຫານ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ
ເວລາອອກຂ່າວ: 2026-09-08 11:57:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ:



ພິທີ ມອບ-ຮັບ ໜ້າທີ່ ຫົວ ໜ້າ​ຫ້ອງການ ແລະ ບໍລິຫານ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ລະຫວ່າງ ສະຫາຍ ພັນ​ໂທ ມີ​ໄຊ ວົງ​ພະຈັນ ຫົວໜ້າ​ຫ້ອງການ ແລະ ບໍລິຫານ (ຜູ້​ເກົ່າ) ແລະ ສະຫາຍ ພັນ​ໂທ ໄຊ​ສະຫວາດ ດາລາ​ສຸກ ຫົວໜ້າ​ຫ້ອງການ ແລະ ບໍລິຫານ (ຜູ້​ໃໝ່) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ກັນ ຍາ 2026 ນີ້, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ຫົວໜ້າ​ການ​ທະຫານ ໂຮງຮຽນ​ວັດທະ ນະທຳ​ຊົນເຜົ່າ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ກອງພັນ, ພະແນກການ, ໝວດ​ປ້ອງ​ກັນ​ທີ່​ຕັ້ງ ແລະ ພາກ ສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ມີ​ໄຊ ວົງ​ພະຈັນ ໄດ້​ຜ່ານ​ບົດ​ສະຫຼຸບ​ຫຍໍ້ ການ​ນຳພາ-ຊີ້​ນຳ ຕາມ​ພາລະ​ບົດ ບາດ, ສິດ ແລະ ໜ້າທີ່​ຄວາມ​ຮັບຜິດຊອບ​ຂອງ​ຕົນ ເປັນຕົ້ນ​ໄດ້ ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ ໃຫ້​ພະ ນັກງານ​ສະມາຊິກ​ພັກ-ນັກຮົບ ຢູ່​ຫ້ອງການ ແລະ ບໍລິຫານ ໃຫ້​ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ມີ​ສະຕິ​ຕໍ່​ການຈັດຕັ້ງ, ກຳ​ແໜ້ນ​ແນວທາງ​ນະໂຍບາຍ ຂອງ​ພັກ-ລັດ, ມີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ, ຮັກສາ​ໄດ້​ຄວາມ​ສະຫງົບ​ປອດ​ໄພ, ເປັນ​ເຈົ້າ​ການ​ໃນ​ການ ຈັດຕັ້ງ​ປະຕິບັດ​ຄຳ​ສັ່ງ ຂອງ​ຂັ້ນ​ເທິງ ແລະ ຂໍ້​ກຳນົດ, ກົດ​ລະບຽບ ຂອງ​ກອງທັບ​ວາງ​ອອກ ໄດ້​ຢ່າງ​ເຂັ້ມ​ງວດ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ໄຊ​ສະຫວາດ ດາລາ​ສຸກໄດ້​ກ່າວ​ຮັບ​ໜ້າທີ່ ພ້ອມ​ທັງ​ກ່າວ​ວ່າ: ຈະ​ໃຊ້​ທຸກ​ຄວາມ​ຮູ້, ຄວາມ​ສາມາດ​ເຂົ້າ​ໃນ​ການຈັດຕັ້ງ​ປະ ຕິບັດ​ໜ້າທີ່​ໃຫ້​ດີ​ທີ່​ສຸດຕາມ​ທິດ​ ຊີ້​ນຳ​ຂອງ​ຂັ້ນ​ເທິງ ໃຫ້​ມີ​ຜົນສຳ ເລັດ. ພ້ອມ​ທັງ, ເຊັນ​ບົດ​ບັນທຶກ ມອບ-ຮັບ ໜ້າທີ່ ຢ່າງ​ເປັນ​ທາງ​ການ. ໂດຍ: ໂອ​ລິນ ມິ່ງ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ