ພະແນກສະຫະພັນແມ່ຍິງ ກົມ 213 ເຜີຍແຜ່ເຊື່ອມຊຶມ ກົດລະບຽບ ຂອງສະຫະພັນແມ່ຍິງລາວ ສະໄໝທີ IX
ເວລາອອກຂ່າວ: 2026-09-08 11:59:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 182 | ຄວາມນິຍົມ: ![]()
ວັນທີ 4 ກັນຍາ 2026 ນີ້, ພະແນກສະຫະພັນແມ່ຍິງ ກົມ 213 ໄດ້ເຜີຍແຜ່ເຊື່ອມຊຶມ ກົດລະບຽບ ຂອງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານ ສະຫາຍ ພັນເອກ ພູວອນ ເມກສະຫວັນ ຮອງຫົວໜ້າກົມ 213, ມີບັນດາຫົວໜ້າຂະ ແໜງ, ຄະນະໝ່ວຍ ພ້ອມດ້ວຍສະມາຊິກສະກະພັນແມ່ຍິງ ທົ່ວກົມ 213 ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ລັດສະໝີ ບຸນມານະວົງ ຮັກສາການ ຫົວໜ້າພະແນກສະຫະພັນແມ່ຍິງ ກົມ 213 ໄດ້ຜ່ານກົດລະບຽບຂອງສະຫະພັນແມ່ຍິງລາວ ຂອງສະຫະພັນແມ່ຍິງລາວ ສະໄໝທີ IX ປະກອບມີ 11 ໝວດ 54 ມາດຕາ. ສະຫະພັນແມ່ຍິງລາວແມ່ນອົງການຈັດຕັ້ງມະຫາຊົນ ໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ມີລະບົບສາຍໄຍການຈັດຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ມີຖານະບົດບາດເທົ່າກັບອົງການຈັດຕັ້ງ ຂອງລັດ ແລະ ອົງການຈັດຕັ້ງມະຫາຊົນອື່ນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກສະ ຫະພັນແມ່ຍິງ, ແມ່ຍິງ ແລະ ເດັກນ້ອຍ, ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບ ຍິງ-ຊາຍ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມແມ່ຍິງເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສຶກສາອົບຮົມແມ່ຍິງລາວບັນດາເຜົ່າໃຫ້ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງ ຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ກົດລະບຽບຂອງສະຫະພັນແມ່ຍິງລາວ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ສົນທິສັນຍາສາກົນທີ່ພົວພັນເຖິງການພັດທະນາ ແລະ ການປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ-ເດັກນ້ອຍ ທີ່ ສປປ ລາວ ເປັນພາຄີ, ອະນຸລັກ ແລະ ສົ່ງເສີມມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ຕັ້ງໜ້າເສີມຂະຫຍາຍຄຸນລັກ ສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ, ສະມາຊິກສະຫະພັນແມ່ຍິງທຸກຄົນ ຕ້ອງຄົ້ນຄວ້າກຳແໜ້ນ ແລະ ປະຕິບັດກົດລະບຽບຢ່າງຖືກຕ້ອງ ແລະ ເຂັ້ມງວດ, ເດັດດ່ຽວຕ້ານທຸກປະກົດການທີ່ລະ ເມີດຕໍ່ກົດລະບຽບຂອງສະຫະພັນແມ່ຍິງລາວວາງອອກ.
ໂດຍ: ອະວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















