ກອງປະຊຸມ ຖອດຖອນບົດຮຽນວຽກງານຄົ້ນຄວ້າ-ສັງລວມ ແລະ ຂາເຂົ້າ-ຂາອອກ ທົ່ວ ກມທ
ເວລາອອກຂ່າວ: 2026-09-08 12:00:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ: ![]()
ກອງປະຊຸມຖອດຖອນບົດຮຽນ ວຽກງານຄົ້ນຄວ້າ-ສັງລວມ ແລະ ຂາເຂົ້າ-ຂາອອກ ທົ່ວກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າຫ້ອງການ ກມທ, ມີບັນດາສະ ຫາຍຕາງໜ້າຫົວໜ່ວຍກົມກອງ ທົ່ວ ກມທ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນຕີ ວັດທະນາ ສິມພິລາວົງ ຮອງຫົວໜ້າພະ ແນກຄົ້ນຄວ້າ-ສັງລວມ ຫ້ອງ ການ ກມທ ໄດ້ຜ່ານບົດສະຫຼຸບ ແລະ ທິດທາງແຜນການ ວຽກງານຄົ້ນຄວ້າ-ສັງລວມ ແລະ ຂາເຂົ້າ-ຂາອອກ, ເຊິ່ງໄດ້ຍົກໃຫ້ ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ ແລະ ບົດຮຽນທີ່ຖອນຖອດໄດ້ ໃນໄລຍະຜ່ານມາ ຄະນະພັກ-
ຄະນະບັນຊາ ໄດ້ເອົາໃຈໃສ່ຊຸກຍູ້-ປຸກ ລະດົມ ພະນັກງານ-ນັກຮົບ ເຮັດໜ້າທີ່ຄົ້ນຄວ້າ-ສັງລວມ ແລະ ຂາເຂົ້າ-ຂາອອກ ທົ່ວອົງ ການ ກມທ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນປະຕິບັດໜ້າທີ່ ວຽກງານວິຊາສະເພາະ ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນເຈົ້າການປະຕິບັດພາລະບົດບາດເປັນເສນາທິການຊ່ວຍ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໃນການຄົ້ນຄວ້າສະຫຼຸບ-ວາງທິດທາງແຜນການ, ການຄົ້ນຄວ້າ-ຂີດຂຽນເອກະສານ, ຈໍລະຈອນ-ຈັດສົ່ງເອກະສານເຂົ້າ-ອອກ, ຮັກສາຄວາມລັບ, ການຄົ້ນຄວ້ານຳສະເໜີຂັ້ນເທິງພິຈາລະນາແກ້ໄຂເອກະສານ ໃຫ້ມີປະສິດທິພາບສູງ ແລະ ທັນເວລາ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ໃນຕໍ່ໜ້າ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ຂຶ້ນຕື່ມ.
ໂດຍ: ອະວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















