ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງ​ປະຊຸມ ຖອດ​ຖອນ​ບົດຮຽນ​ວຽກ​ງານ​ຄົ້ນຄວ້າ-ສັງ​ລວມ ແລະ ຂາ​ເຂົ້າ-ຂາ​ອອກ ທົ່ວ ​ກມທ
ເວລາອອກຂ່າວ: 2026-09-08 12:00:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ກອງ​ປະຊຸມ​ຖອດ​ຖອນ​ບົດຮຽນ ວຽກ​ງານ​ຄົ້ນຄວ້າ-ສັງ​ລວມ ແລະ ຂາ​ເຂົ້າ-ຂາ​ອອກ ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ (​ກມທ) ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ກັນຍາ 2026 ນີ້, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ເຂັມ​ພອນ ແກ້ວ​ວິ​ໄຊ ຮອງ​ຫົວໜ້າ​ຫ້ອງການ ​ກມທ, ມີ​ບັນດາ​ສະ ຫາຍ​ຕາງໜ້າ​ຫົວໜ່ວຍ​ກົມ​ກອງ ທົ່ວ ກມທ ແລະ ພາກສ່ວນ​ທີ່​ກ່ຽວ ຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ວັດທະນາ ສິມ​ພິລາ​ວົງ ຮອງ​ຫົວໜ້າ​ພະ​ ແນກ​ຄົ້ນຄວ້າ-ສັງ​ລວມ ຫ້ອງ ການ ​ກມທ ໄດ້​ຜ່ານ​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ ວຽກ​ງານ​ຄົ້ນຄວ້າ-ສັງ​ລວມ ແລະ ຂາ​ເຂົ້າ-ຂາ​ອອກ, ເຊິ່ງ​ໄດ້​ຍົກ​ໃຫ້​ ເຫັນ​ດ້ານ​ດີ, ດ້ານ​ອ່ອນ, ຂໍ້ຄົງ ຄ້າງ ແລະ ບົດຮຽນ​ທີ່​ຖອນ​ຖອດ​ໄດ້ ໃນ​ໄລ​​​ຍະ​ຜ່ານ​ມາ ຄະນະ​ພັກ- ຄະນະ​ບັນຊາ ໄດ້​ເອົາໃຈໃສ່​ຊຸກຍູ້-ປຸກ ລະດົມ ພະນັກງານ-ນັກຮົບ ເຮັດ​ໜ້າທີ່​ຄົ້ນຄວ້າ-ສັງ​ລວມ ແລະ ຂາ​ເຂົ້າ-ຂາ​ອອກ ທົ່ວ​ອົງ ການ ​ກມທ ໃຫ້​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ຫ້າວຫັນ​ປະຕິບັດ​ໜ້າທີ່ ວຽກ​ງານ​ວິຊາ​ສະເພາະ ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ເປັນ​ເຈົ້າ​ການ​ປະຕິບັດ​ພາລະ​ບົດບາດ​ເປັນ​ເສນາ​ທິ​ການ​ຊ່ວຍ ຄະນະ​ພັກ-ຄະນະ​ບັນຊາ ແຕ່​ລະ​ຂັ້ນ ໃນ​ການ​ຄົ້ນຄວ້າ​ສະຫຼຸບ-ວາງ​ທິດ​ທາງ​ແຜນການ, ການ​ຄົ້ນຄວ້າ-ຂີດ​ຂຽນ​ເອກະສານ, ຈໍ​ລະ​ຈອນ-ຈັດ​ສົ່ງ​ເອກະສານ​ເຂົ້າ-ອອກ, ຮັກສາ​ຄວາມ​ລັບ, ການ​ຄົ້ນຄວ້າ​ນຳ​ສະເໜີ​ຂັ້ນ​ເທິງ​ພິຈາລະນາ​ແກ້​ໄຂ​ເອກະສານ ໃຫ້​ມີ​ປະສິດທິພາບ​ສູງ ແລະ ທັນ​ເວລາ. ຈາກ​ນັ້ນ, ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ບົດ​ສະຫຼຸບ ແລະ ທິດ​ທາງ​ແຜນການ ໃນຕໍ່ໜ້າ ເພື່ອ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນ ຂຶ້ນ​ຕື່ມ. ໂດຍ: ອະວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ